ການຂ້າຕົວຕາຍ, ການທຳຮ້າຍຮ່າງກາຍຕົນເອງ ແລະ ຄວາມຜິດປົກກະຕິໃນການກິນອາຫານ

ລາຍລະອຽດນະໂຍບາຍ

ປ່ຽນບັນທຶກ
ເຫດຜົນດ້ານນະໂຍບາຍ
ພວກເຮົາໃສ່ໃຈຢ່າງຍິ່ງຕໍ່ຄວາມປອດໄພຂອງຜູ້ໃຊ້ແອັບຂອງພວກເຮົາ. ພວກເຮົາປຶກສາກັບຜູ້ຊ່ຽວຊານເລື່ອງການຂ້າຕົວຕາຍ, ການທຳຮ້າຍຕົນເອງ ແລະ ຄວາມຜິດປົກກະຕິການກິນອາຫານເພື່ອຊ່ວຍແຈ້ງນະໂຍບາຍ ແລະ ການບັງຄັບໃຊ້ຂອງພວກເຮົາ ແລະ ພວກເຮົາເຮັດວຽກກັບອົງການຈັດຕັ້ງຕ່າງໆໃນທົ່ວໂລກເພື່ອໃຫ້ການຊ່ວຍເຫຼືອປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກ.
ເຖິງແມ່ນວ່າພວກເຮົາຈະບໍ່ອະນຸຍາດໃຫ້ຜູ້ຄົນສະເຫຼີມສະຫຼອງ ຫຼື ສົ່ງເສີມການຂ້າຕົວຕາຍ, ການທຳຮ້າຍຕົນເອງ ຫຼື​ ຄວາມຜິດປົກກະຕິໃນການກິນອາຫານໂດຍເຈດຕະນາ ຫຼື ບໍ່ເຈດຕະນາ, ແຕ່ພວກເຮົາອະນຸຍາດໃຫ້ຜູ້ຄົນສົນທະນາກັນໃນຫົວຂໍ້ເຫຼົ່ານີ້ເພາະພວກເຮົາຕ້ອງການໃຫ້ບໍລິການຂອງພວກເຮົາເປັນພື້ນທີ່ທີ່ຜູ້ຄົນສາມາດແບ່ງປັນປະສົບການຂອງເຂົາເຈົ້າ, ສ້າງຄວາມຮັບຮູ້ກ່ຽວກັບບັນຫາເຫຼົ່ານີ້ ແລະ ສະແຫວງຫາການສະໜັບສະໜຸນຈາກກັນ ແລະ ກັນ. ນອກຈາກນັ້ນ, ພວກເຮົາຍັງອາດຈຳກັດຄວາມສາມາດໃນການເບິ່ງເນື້ອໃນສຳລັບຜູ້ໃຫຍ່ທີ່ມີອາຍຸ 18 ປີຂຶ້ນໄປ.
ພວກເຮົາຈະລຶບເນື້ອໃນໃດກໍ່ຕາມທີ່ສົ່ງເສີມການຂ້າຕົວຕາຍ, ການທຳຮ້າຍຕົນເອງ ຫຼື ຄວາມຜິດປົກກະຕິໃນການກິນອາຫານ ລວມທັງ ເນື້ອຫາທີ່ສົມມຸດຂຶ້ນ ເຊັ່ນ: ມີມ ຫຼື ຮູບປະກອບ ແລະ ເນື້ອຫາໃດໆທີ່ທຳຮ້າຍຕົນເອງເຊິ່ງເປັນຮູບພາບ ໂດຍບໍ່ຄຳນຶງເຖິງບໍລິບົດ. ພວກເຮົາລຶບເນື້ອຫາທີ່ມີຄໍາແນະນໍາສໍາລັບພຶດຕິກໍາການຫຼຸດນ້ຳໜັກແບບສຸດຂົ້ວ. ນອກຈາກນັ້ນ, ພວກເຮົາຍັງລຶບເນື້ອຫາທີ່ເຍາະເຍີ້ຍຜູ້ຖືກເຄາະຮ້າຍ ຫຼື ຜູ້ລອດຊີວິດຈາກການຂ້າຕົວຕາຍ, ການທຳຮ້າຍຕົນເອງ ຫຼື ຄວາມຜິດປົກກະຕິໃນການກິນອາຫານ, ພ້ອມທັງການພັນລະນາສົດເຖິງການຂ້າຕົວຕາຍ ຫຼື ການທຳຮ້າຍຕົນເອງ. ເນື້ອຫາກ່ຽວກັບການຟື້ນຕົວຈາກການຂ້າຕົວຕາຍ, ການທຳຮ້າຍຕົນເອງ ຫຼື ຄວາມຜິດປົກກະຕິໃນການກິນອາຫານທີ່ໄດ້ຮັບອະນຸຍາດ, ແຕ່ອາດມີຮູບທີ່ອາດເຮັດໃຫ້ອາລົມເສຍໄດ້ (ເຊັ່ນ: ບາດແຜທີ່ປິ່ນປົວແລ້ວ) ຖືກວາງໄວ້ຫຼັງໜ້າຈໍທີ່ມີຄວາມລະອຽດອ່ອນ ແລະ ພວກເຮົາຍັງຈະຈຳກັດຄວາມສາມາດໃນການເບິ່ງເນື້ອຫາໃຫ້ກັບຜູ້ໃຫຍ່ທີ່ມີອາຍຸ 18 ປີຂຶ້ນໄປ.
ເມື່ອມີຄົນໂພສ ຫຼື ຊອກຫາເນື້ອໃນທີ່ກ່ຽວກັບການຂ້າຕົວຕາຍ, ການທຳຮ້າຍຕົນເອງ ຫຼື ຄວາມຜິດປົກກະຕິໃນການກິນອາຫານ, ພວກເຮົາຈະພາເຂົາເຈົ້າໄປຫາອົງກອນທ້ອງຖິ່ນທີ່ສາມາດໃຫ້ການຊ່ວຍເຫຼືອໄດ້ ແລະ ຫາກທີມປະຕິບັດການຊຸມຊົນຂອງພວກເຮົາກັງວົນກ່ຽວກັບອັນຕະລາຍທີ່ເກີດຂຶ້ນທັນທີ, ພວກເຮົາຈະຕິດຕໍ່ໜ່ວຍງານບໍລິການສຸກເສີນໃນທ້ອງຖິ່ນເພື່ອຂໍຄວາມຊ່ວຍເຫຼືອ. ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາເຂົ້າໄປ ສູນຄວາມປອດໄພ Meta.
ໃນສ່ວນຂອງເນື້ອໃນການຖ່າຍທອດສົດ, ຜູ້ຊ່ຽວຊານບອກພວກເຮົາວ່າຖ້າມີຄົນບອກວ່າຕັ້ງໃຈຈະຂ້າຕົວຕາຍໃນການຖ່າຍທອດສົດ, ພວກເຮົາຄວນປ່ອຍເນື້ອຫາໄວ້ດົນທີ່ສຸດ ເນື່ອງຈາກຍິ່ງມີຄົນລົມກັບກ້ອງດົນເທົ່າໃດ, ກໍຍິ່ງມີໂອກາດຫຼາຍຂຶ້ນເທົ່ານັ້ນເພື່ອໃຫ້ໝູ່ ຫຼື ສະມາຊິກຄອບຄົວໂທຫາໜ່ວຍງານບໍລິການສຸກເສີນ. ຢ່າງໃດກໍ່ຕາມ, ເພື່ອຫຼຸດຄວາມສ່ຽງທີ່ຜູ້ອື່ນຈະໄດ້ຮັບຜົນກະທົບໃນທາງລົບຈາກການເບິ່ງເນື້ອຫານີ້, ພວກເຮົາຈະຢຸດການຖ່າຍທອດສົດຢູ່ຈຸດທີ່ໄພຄຸກຄາມຈະກາຍເປັນຄວາມພະຍາຍາມ. ຕາມທີ່ກ່າວໄວ້ທາງເທິງ, ບໍ່ວ່າກໍລະນີໃດກໍ່ຕາມ, ພວກເຮົາຈະຕິດຕໍ່ໜ່ວຍງານບໍລິການສຸກເສີນຫາກພວກເຮົາພົບວ່າມີຄົນທີ່ສ່ຽງຕໍ່ການທຳຮ້າຍຕົນເອງໃນທັນທີ.
ພວກເຮົາບໍ່ອະນຸຍາດ:
  • ເນື້ອຫາທີ່ປະຊາສຳພັນ, ສົ່ງເສີມ, ປະສານງານ ຫຼື ໃຫ້ຄຳແນະນຳສຳລັບການຂ້າຕົວຕາຍ, ການທຳຮ້າຍຕົນເອງ ຫຼື ຄວາມຜິດປົກກະຕິຂອງການກິນອາຫານ.
  • ເນື້ອຫາທີ່ສະແດງເຖິງຮູບພາບການຂ້າຕົວຕາຍ, ການທຳຮ້າຍຕົນເອງ ຫຼື ຮູບພາບຄວາມຜິດປົກກະຕິຂອງການກິນອາຫານ
  • ເນື້ອຫາທີ່ມີຮູບບຸກຄົນທີ່ມີສ່ວນຮ່ວມໃນຄວາມພະຍາຍາມຂ້າຕົວຕາຍ ຫຼື ການເສຍຊີວິດຈາກການຂ້າຕົວຕາຍ
  • ຮູບພາບຂອງຄົນເມື່ອແບ່ງປັນຮ່ວມກັນກັບຄຳທີ່ກ່ຽວຂ້ອງກັບຄວາມຜິດປົກກະຕິຂອງການກິນອາຫານ
  • ເນື້ອຫາທີ່ເນັ້ນໃນຮູບກະດູກຂ້າງ, ກະດູກຄໍ, ຊ່ອງຫວ່າງລະຫວ່າງຕົ້ນຂາ, ສະໂພກ, ທ້ອງເວົ້າ, ກະດູກສັນຫຼັງທີ່ຍື່ນອອກມາ, ກະດູກສະບັກ, ກະດູກທີ່ສັງເກດເຫັນຢູ່ໃນແຂນຫຼື ຂາ ຫຼື ແກ້ມເປັນຮູ ເມື່ອໃຊ້ຮ່ວມກັບຄຳທີ່ກ່ຽວຂ້ອງກັບຄວາມຜິດປົກກະຕິຂອງການກິນອາຫານ
  • ເນື້ອຫາທີ່ມີຄໍາແນະນໍາສໍາລັບພຶດຕິກໍາການຫຼຸດນ້ຳໜັກແບບສຸດຂົ້ວ
  • ເນື້ອຫາທີ່ຍອມຮັບກັບພຶດຕິກໍາການຫຼຸດນ້ຳໜັກແບບສຸດຂົ້ວ ເມື່ອແບ່ງປັນຮ່ວມກັນກັບຄຳທີ່ກ່ຽວຂ້ອງກັບຄວາມຜິດປົກກະຕິຂອງການກິນອາຫານ
  • ເນື້ອຫາທີ່ມີຄໍາແນະນໍາສໍາລັບການກິນອາຫານທີ່ຈໍາກັດໃນເວລາທີ່ແບ່ງປັນຮ່ວມກັນກັບຄຳທີ່ກ່ຽວຂ້ອງກັບຄວາມຜິດປົກກະຕິຂອງການກິນອາຫານ
  • ເນື້ອຫາທີ່ເຍາະເຍີ້ຍຜູ້ຖືກເຄາະຮ້າຍ ຫຼື ຜູ້ລອດຊີວິດຈາກການຂ້າຕົວຕາຍ, ການທຳຮ້າຍຕົນເອງ ຫຼື ຄວາມຜິດປົກກະຕິຂອງການກິນອາຫານເຊິ່ງເປັນທີ່ຮູ້ຈັກໃນສະຖານທີ່ສາທາລະນະ ຫຼື ບອກເປັນໄນວ່າໄດ້ປະສົບກັບ ຫຼື ເຄີຍປະສົບກັບການຂ້າຕົວຕາຍ, ການທຳຮ້າຍຕົນເອງ ຫຼື ຄວາມຜິດປົກກະຕິຂອງການກິນອາຫານ
  • ຮູບທີ່ສະແດງການດັດແປງຮ່າງກາຍ (ເຊັ່ນ: ສັກລາຍ, ການເຈາະ, ການເຮັດໃຫ້ເປັນແປ້ວ, ການທໍລະມານຕົນເອງ ແລະ ອື່ນໆ) ເມື່ອແບ່ງປັນໃນບໍລິບົດການຂ້າຕົວຕາຍ ຫຼື ການທຳຮ້າຍຕົນເອງ
ສຳລັບເນື້ອຫາຕໍ່ໄປນີ້, ພວກເຮົາໄດ້ລວມໜ້າຄຳເຕືອນໄວ້ເພື່ອໃຫ້ຄົນຮູ້ວ່າເນື້ອໃນດັ່ງກ່າວນັ້ນອາດມີຄວາມລະອຽດອ່ອນ. ນອກຈາກນັ້ນ, ພວກເຮົາຍັງຈຳກັດຄວາມສາມາດໃນການເບິ່ງເນື້ອໃນສຳລັບຜູ້ໃຫຍ່ທີ່ມີອາຍຸ 18 ປີຂຶ້ນໄປ.
  • ຮູບພາບ ຫຼື ວີດີໂອທີ່ສະແດງເຖິງບຸກຄົນທີ່ມີສ່ວນຮ່ວມໃນການທຳກາລຸນຍະຄາດ/ຊ່ວຍການຂ້າຕົວຕາຍໃນສະຖານພະຍາບານ.
  • ເນື້ອຫາທີ່ສະແດງຮູບການທຳຮ້າຍຕົນເອງໃນເທື່ອກ່ອນ, ເຊັ່ນ: ບາດແຜທີ່ປິ່ນປົວເຊົາ ຫຼື ຮູບການທຳຮ້າຍຕົນເອງອື່ນໆທີ່ບໍ່ຈະແຈ້ງໃນບໍລິບົດການທຳຮ້າຍຕົນເອງ, ການຂ້າຕົວຕາຍ ຫຼື ການຟື້ນຕົວ
  • ເນື້ອຫາທີ່ສະແດງຮູບກະດູກຂ້າງ, ກະດູກຄໍ, ຊ່ອງຫວ່າງລະຫວ່າງຕົ້ນຂາ, ສະໂພກ, ທ້ອງເວົ້າ, ກະດູກສັນຫຼັງ, ສະບັກທີ່ຍື່ນອອກມາ, ກະດູກທີ່ສັງເກດເຫັນຢູ່ໃນແຂນ ຫຼື ຂາ ຫຼື ແກ້ມເປັນຮູໃນບໍລິບົດການຟື້ນຕົວ
ສຳລັບເນື້ອຫາຕໍ່ໄປນີ້, ພວກເຮົາສະໜອງແຫຼ່ງໃຫ້ຜູ້ຄົນ ແລະ ຈຳກັດຄວາມສາມາດໃນການເບິ່ງເນື້ອຫາສຳລັບຜູ້ໃຫຍ່, ອາຍຸ 18 ປີຂຶ້ນໄປ:
  • ການຍອມຈຳນົນເປັນລາຍລັກອັກສອນ ຫຼື ດ້ວຍວາຈາຂອງການຂ້າຕົວຕາຍ, ການທຳຮ້າຍຕົນເອງ ຫຼື ຄວາມຜິດປົກກະຕິຂອງການກິນອາຫານ.
  • ຄຳເວົ້າ ຫຼື ການອ້າງອີງທີ່ບໍ່ຈະແຈ້ງ, ອາດເຮັດໃຫ້ມີການຂ້າໂຕຕາຍ (ຮວມເຖິງມີມ ຫຼື ຮູບພາບໃນສະຕັອກກ່ຽວກັບອາລົມເສົ້າ, ຊຶມເສົ້າ, ສະເໜີຄວາມຕາຍເປັນການຫຼົບໜີ ຫຼື ເນື້ອຫາຈາກວັດທະນະທຳຍອດນິຍົມໂດຍເນັ້ນໃສ່ຄວາມຄິດທີ່ມືດມົວ, ຊຶມເສົ້າ) ໃນບໍລິບົດການຂ້າຕົວຕາຍ ຫຼື ການທຳຮ້າຍຮ່າງກາຍຕົນເອງ.
ສຳລັບເນື້ອຫາຕໍ່ໄປນີ້, ພວກເຮົາຈຳກັດຄວາມສາມາດໃນການເບິ່ງເນື້ອຫາສຳລັບຜູ້ໃຫຍ່, ອາຍຸ 18 ປີຂຶ້ນໄປ:
  • ການເຍາະເຍີ້ຍ ຫຼື ປະຕິເສດແນວຄວາມຄິດການຂ້າຕົວຕາຍ, ການທຳຮ້າຍຮ່າງກາຍຕົນເອງ ຫຼື ຄວາມຜິດປົກກະຕິໃນການກິນອາຫານ
  • ເລື່ອງເລົ່າທີ່ມີຄຳອະທິບາຍຂອງການຂ້າຕົວຕາຍພ້ອມກັບລາຍລະອຽດທີ່ເກີນກວ່າການຕັ້ງຊື່ ຫຼື ການກ່າວເຖິງການກະທຳ ຫຼື ຜົນທີ່ຕາມມາ
  • ການຍອມຮັບກັບພຶດຕິກໍາການຫຼຸດນ້ຳໜັກແບບສຸດຂົ້ວ
ສຳລັບມາດຕະຖານຊຸມຊົນຕໍ່ໄປນີ້, ພວກເຮົາຕ້ອງການຂໍ້ມູນເພີ່ມເຕີມ ແລະ/ຫຼື ບໍລິບົດເພື່ອບັງຄັບໃຊ້:
  • ພວກເຮົາອາດຈະລຶບບັນທຶກການຂ້າຕົວຕາຍເມື່ອພວກເຮົາໄດ້ຮັບການຢືນຢັນວ່າມີການຂ້າຕົວຕາຍ ຫຼື ຄວາມພະຍາຍາມທີ່ຈະຂ້າຕົວຕາຍ. ພວກເຮົາພະຍາຍາມລະບຸບັນທຶກການຂ້າຕົວຕາຍໂດຍນຳໃຊ້ຫຼາຍປັດໄຈ, ເຊິ່ງຮວມມີແຕ່ບໍ່ຈຳກັດພຽງ:
    • ຄຳຮ້ອງຂໍຂອງຄອບຄົວ ຫຼື ຕົວແທນທາງກົດໝາຍ,
    • ບົດລາຍງານຈາກສື່, ໜ່ວຍງານການບັງຄັບໃຊ້ກົດໝາຍ ຫຼື ແຫຼ່ງຂໍ້ມູນບຸກຄົນທີ່ສາມອື່ນໆ (ເຊັ່ນ: ໜ່ວຍງານລັດຖະບານ, NGO), ຫຼື ແບບຟອມການຕິດຕໍ່ເນື້ອຫາກ່ຽວກັບການຂ້າຕົວຕາຍ ຫຼື ແບບຟອມຕິດຕໍ່ Instagram.
    • ພວກເຮົາອາດຈະພິຈາລະນາສັນຍານນອກແພລັດຟອມຂອງການຍອມຮັບ ຫຼື ການສົ່ງເສີມການຂ້າຕົວຕາຍ, ການທຳຮ້າຍຕົນເອງ, ຄວາມຜິດປົກກະຕິຂອງການກິນອາຫານ ຫຼື ພຶດຕິກຳການຫຼຸດນ້ຳໜັກຢ່າງຮຸນແຮງຈາກຜູ້ໃຊ້ ເພື່ອປະເມີນວ່າເນື້ອຫາສະເພາະທີ່ໂພສໂດຍພວກເຂົາໃນແພລັດຟອມ Meta ອາດຈະມີຄວາມສ່ຽງຕໍ່ຄົນອື່ນຫຼືບໍ່.
ປະສົບການຜູ້ໃຊ້
ເບິ່ງບາງຕົວຢ່າງຂອງການບັງຄັບໃຊ້ວ່າມີລັກສະນະແນວໃດສຳລັບຄົນຢູ່ໃນ Facebook ເຊັ່ນ: ການລາຍງານບາງສິ່ງທີ່ທ່ານບໍ່ຄິດວ່າຄວນຈະມີຢູ່ໃນ Facebook ແມ່ນຈະມີລັກສະນະແນວໃດ, ເພື່ອບອກໃຫ້ຮູ້ວ່າທ່ານໄດ້ລະເມີດມາດຕະຖານຊຸມຊົນຂອງພວກເຮົາ ແລະ ເບິ່ງໜ້າຈໍຄຳເຕືອນສຳລັບເນື້ອຫາບາງຢ່າງ.
ໝາຍເຫດ: ພວກເຮົາກຳລັງປັບປຸງຢູ່ສະເໝີ, ດັ່ງນັ້ນສິ່ງທີ່ທ່ານເຫັນຢູ່ນີ້ອາດຈະຊັກຊ້າເລັກນ້ອຍ ເມື່ອທຽບກັບສິ່ງທີ່ພວກເຮົາໃຊ້ໃນປັດຈຸບັນ.
ປະສົບການຜູ້ໃຊ້
ການລາຍງານ
ປະສົບການຜູ້ໃຊ້
ການ​ສື່​ສານ​ຫຼັງ​ການ​ລາຍ​ງານ​
ປະສົບການຜູ້ໃຊ້
ປະສົບການການລຶບອອກ
ປະສົບການຜູ້ໃຊ້
ໜ້າຈໍຄຳເຕືອນ
ຂໍ້ມູນ
ເບິ່ງບົດລາຍງານການບັງຄັບໃຊ້ມາດຕະຖານຊຸມຊົນຫຼ້າສຸດ
ການບັງຄັບໃຊ້
ພວກເຮົາມີນະໂຍບາຍດຽວກັນທົ່ວໂລກສໍາລັບທຸກຄົນໃນ Facebook.
ທີມງານກວດສອບ
ທີມງານກວດສອບທົ່ວໂລກຂອງພວກເຮົາຫຼາຍກວ່າ 15,000 ຄົນເຮັດວຽກທຸກໆມື້ ເພື່ອເຮັດໃຫ້ຄົນທີ່ຢູ່ໃນ Facebook ມີຄວາມປອດໄພ.
ການມີສ່ວນຮ່ວມຂອງຜູ້ມີສ່ວນກ່ຽວຂ້ອງ
ຜູ້ຊ່ຽວຊານ, ນັກວິຊາການ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ແລະ ຜູ້ສ້າງນະໂຍບາຍຈາກພາຍນອກຊ່ວຍແຈ້ງມາດຕະຖານຊຸມຊົນຂອງ Facebook.
ຂໍຄວາມຊ່ວຍເຫຼືອກ່ຽວກັບການຂ້າຕົວຕາຍ, ການທຳຮ້າຍຮ່າງກາຍຕົນເອງ ແລະ ຄວາມຜິດປົກກະຕິໃນການກິນອາຫານ
ສຶກສາວ່າທ່ານສາມາດເຮັດຫຍັງໄດ້ ຖ້າທ່ານເຫັນບາງສິ່ງຢູ່ Facebook ທີ່ຂັດກັບມາດຕະຖານຊຸມຊົນຂອງພວກເຮົາ.
ເຂົ້າເບິ່ງສູນການຊ່ວຍເຫຼືອຂອງພວກເຮົາ