ສະແປມ

ລາຍລະອຽດນະໂຍບາຍ

ປ່ຽນບັນທຶກ
ເຫດຜົນດ້ານນະໂຍບາຍ
ພວກເຮົາບໍ່ອະນຸຍາດໃຫ້ມີເນື້ອຫາທີ່ຖືກອອກແບບເພື່ອຫຼອກລວງ, ເຂົ້າໃຈຜິດ ຫຼື ຄອບງຳຜູ້ໃຊ້ ເພື່ອເພີ່ມຈຳນວນຜູ້ເຂົ້າຊົມ. ເນື້ອຫານີ້ເຮັດໃຫ້ຄົນບໍ່ສາມາດມີສ່ວນຮ່ວມຢ່າງຖືກຕ້ອງໃນແພລັດຟອມຂອງພວກເຮົາ ແລະ ສາມາດເປັນອັນຕະລາຍຕໍ່ຄວາມປອດໄພ, ຄວາມໝັ້ນຄົງ ແລະ ຄວາມສາມາດນໍາໃຊ້ການບໍລິການຂອງພວກເຮົາ. ພວກເຮົາຍັງຊອກຫາວິທີປ້ອງກັນການລ່ວງລະເມີດ ເຊັ່ນ: ການເຜີຍແຜ່ການເຊື່ອມຕໍ່ທີ່ຫຼອກລວງ ເພື່ອດຶງຜູ້ໃຊ້ທີ່ບໍ່ສົງໃສເຂົ້າມາ ໂດຍຜ່ານການເຮັດວຽກທີ່ຫຼອກລວງ ຫຼື ລະຫັດ ຫຼື ການປອມຕົວເປັນໂດເມນທີ່ເຊື່ອຖືໄດ້.
ສະແປມອອນລາຍເປັນອຸດສາຫະກຳທີ່ມີກຳໄລງາມ. ນະໂຍບາຍ ແລະ ການກວດຈັບຂອງພວກເຮົາ ຕ້ອງພັດທະນາຢ່າງຕໍ່ເນື່ອງ ເພື່ອໃຫ້ຕາມທັນກະແສ ແລະ ກົນອຸບາຍສະແປມທີ່ເກີດຂຶ້ນໃໝ່. ເພື່ອດຳເນີນການຕໍ່ສູ້ກັບສະແປມ, ພວກເຮົາພະຍາຍາມສົມດຸນການເພີ່ມຕົ້ນທຶນສຳລັບຜູ້ຜະລິດ ແລະ ຜູ້ຈຳໜ່າຍໃນແພລັດຟອມຂອງພວກເຮົາ ໃນຂະນະທີ່ປົກປ້ອງການເຄື່ອນໄຫວທີ່ມີຊີວິດຊີວາ ແລະ ເປັນຈິງໃນຊຸມຊົນຂອງພວກເຮົາ.
ພວກເຮົາບໍ່ອະນຸຍາດ:
  • ການໂພສ, ການແບ່ງປັນ, ການມີສ່ວນຮ່ວມກັບເນື້ອຫາ ຫຼື ການສ້າງບັນຊີ, ກຸ່ມ, ເພຈ, ກິດຈະກຳ ຫຼື ຊັບສິນອື່ນໆດ້ວຍຕົນເອງ ຫຼື ໂດຍອັດຕະໂນມັດທີ່ຄວາມຖີ່ສູງ.
    • ພວກເຮົາອາດຈຳກັດບັນຊີທີ່ດຳເນີນການດ້ວຍຄວາມຖີ່ຕໍ່າລົງ ເມື່ອມີຕົວບົ່ງຊີ້ສະແປມອື່ນໆ (ເຊັ່ນ: ການໂພສເນື້ອຫາຊໍ້າໆ) ຫຼື ສັນຍານຄວາມບໍ່ຖືກຕ້ອງ.
  • ການພະຍາຍາມ ຫຼື ການຂາຍ, ຊື້ ຫຼື ແລກປ່ຽນຊັບສິນໃນແພລັດຟອມຈົນສຳເລັດ ເຊັ່ນ: ບັນຊີ, ກຸ່ມ, ເພຈ ແລະ ອື່ນໆ.
  • ການພະຍາຍາມ ຫຼື ການຂາຍ, ຊື້ ຫຼື ແລກປ່ຽນສິດພິເສດໃນເວັບໄຊທ໌ຈົນສຳເລັດ ເຊັ່ນ: ບົດບາດແອັດມິນ ຫຼື ຜູ້ດູແລ ຫຼື ການອະນຸຍາດໃຫ້ໂພສໃນພື້ນທີ່ສະເພາະ.
  • ການພະຍາຍາມ ຫຼື ການຂາຍ, ຊື້ ຫຼື ແລກປ່ຽນເນື້ອຫາສຳລັບບາງຢ່າງທີ່ມີມູນຄ່າທາງການເງິນຈົນສຳເລັດ, ຍົກເວັ້ນເນື້ອຫາທີ່ເປັນຂອງແບຣນລະບຸໄວ້ຢ່າງຊັດເຈນ, ຕາມທີ່ກຳນົດໄວ້ໂດຍ ນະໂຍບາຍເນື້ອຫາຂອງຍີ່ຫໍ້ຂອງພວກເຮົາ.
  • ການພະຍາຍາມ ຫຼື ການຂາຍ, ຊື້ ຫຼື ແລກປ່ຽນການມີສ່ວນຮ່ວມຈົນສຳເລັດ ເຊັ່ນ: ການກົດຖືກໃຈ, ແບ່ງປັນ, ຕິດຕາມ, ຄລິກ, ການໃຊ້ແຮັສແທັກທີ່ສະເພາະ ແລະ ອື່ນໆ. ສິ່ງນີ້ປະກອບມີ:
    • ການສະເໜີຂອງຂວັນໃຫ້ຟຣີ (ເຊັ່ນ: ການສະເໜີໃຫ້ຄົນອື່ນມີໂອກາດໄດ້ຮັບລາງວັນ) ທີ່ເປັນເງິນສົດ ຫຼື ທຽບເທົ່າເງິນສົດ ເພື່ອແລກປ່ຽນກັບການມີສ່ວນຮ່ວມ (ເຊັ່ນ: “ຄົນໃດກໍຕາມທີ່ກົດຖືກໃຈເພຈຂອງຂ້ອຍ ຈະມີໂອກາດໄດ້ຮັບລາງວັນ $500”)
    • ການສະເໜີສິ່ງໃດໜຶ່ງທີ່ມີມູນຄ່າທາງການເງິນ ເພື່ອແລກປ່ຽນກັບການມີສ່ວນຮ່ວມ. (ເຊັ່ນ: “ຖ້າເຈົ້າກົດຖືກໃຈເພຈຂອງຂ້ອຍ, ຂ້ອຍຈະເອົາ iPhone ໃຫ້ເຈົ້າ!)
  • ການຮຽກຮ້ອງ ຫຼື ອ້າງວ່າຜູ້ໃຊ້ຈຳເປັນຕ້ອງມີສ່ວນຮ່ວມກັບເນື້ອຫາ (ເຊັ່ນ: ການກົດຖືກໃຈ, ການແບ່ງປັນ) ກ່ອນທີ່ພວກເຂົາຈະສາມາດເບິ່ງ ຫຼື ໂຕ້ຕອບກັບເນື້ອຫາທີ່ສັນຍາໄວ້.
  • ການແບ່ງປັນ URL, ໂດເມນ ຫຼື ແອັບພລິເຄຊັນທີ່ຫຼອກລວງ ຫຼື ຊັກນໍາຢ່າງຜິດໆ ລວມເຖິງ:
    • ການປິດບັງ: ການປິດບັງແມ່ນຄວາມພະຍາຍາມໃດໜຶ່ງເພື່ອຫຼົບຫຼີກນະໂຍບາຍເນື້ອຫາຂອງພວກເຮົາ ໂດຍການນຳສະເໜີເນື້ອຫາທີ່ແຕກຕ່າງກັນນອກແພລັດຟອມໂດຍເຈດຕະນາ ເຊັ່ນ: URL ຫຼື ແອັບພລິເຄຊັນ ໄປຫາລະບົບຄວາມສົມບູນຂອງພວກເຮົາ ເມື່ອທຽບກັບສິ່ງທີ່ສະແດງໃຫ້ກັບຜູ້ໃຊ້.
    • ລິ້ງທີ່ຊັກນໍາຢ່າງຜິດໆ: ເນື້ອຫາທີ່ມີລິ້ງທີ່ສັນຍາເນື້ອຫາປະເພດໜຶ່ງ ແຕ່ສະແດງສິ່ງອື່ນທີ່ແຕກຕ່າງອອກໄປ. ສິ່ງນີ້ສາມາດລວມເຖິງເນື້ອຫາໃນແອັບ ຫຼື ຊອບແວທີ່ສັນຍາໄວ້.
    • ພຶດຕິກຳການປ່ຽນແປງເສັ້ນທາງຫຼອກລວງ: ເວັບໄຊທ໌ທີ່ຮຽກຮ້ອງໃຫ້ມີການດຳເນີນການ (ເຊັ່ນ: captcha, ເບິ່ງໂຄສະນາ, ຄລິກບ່ອນນີ້) ເພື່ອເບິ່ງເນື້ອຫາໜ້າເວັບທີ່ຄາດການໄວ້ ແລະ ຊື່ໂດເມນຂອງ URL ປ່ຽນແປງ ຫຼັງຈາກທີ່ສຳເລັດການດຳເນີນການ ຫຼື ກຳນົດເສັ້ນທາງຂອງຜູ້ໃຊ້ໄປຫາໂດເມນທີ່ແຕກຕ່າງອອກໄປ ໂດຍອັດຕະໂນມັດ ໂດຍບໍ່ມີການດຳເນີນການໃດໆຂອງຜູ້ໃຊ້.
    • ການປ້ອງກັນການຖືກໃຈ/ການແບ່ງປັນ: ການບັງຄັບໃຫ້ຜູ້ໃຊ້ມີສ່ວນຮ່ວມ (ໃນຮູບແບບຂອງການຖືກໃຈ, ການແບ່ງປັນ, ການຕິດຕາມ ຫຼື ຮູບແບບການມີສ່ວນຮ່ວມສາທາລະນະອື່ນໆ) ເພື່ອເຂົ້າເຖິງເນື້ອຫາສະເພາະ ແລະ ພິເສດ.
    • ການເຮັດວຽກຂອງແພລັດຟອມຫຼອກລວງ - ການຮຽນແບບຄຸນສົມບັດ ຫຼື ການເຮັດວຽກຂອງການບໍລິການພວກເຮົາ ເຊັ່ນ: ການຮຽນແບບການລະດົມທຶນ, ການສຳຫຼວດໃນບໍລິບົດ, ປຸ່ມຫຼິ້ນ ຫຼື ປຸ່ມກົດຖືກໃຈ ທີ່ບໍ່ມີການເຮັດວຽກ ຫຼື ເຮັດວຽກບໍ່ໄດ້ຕາມທີ່ຄາດໄວ້ ເພື່ອໃຫ້ຜູ້ໃຊ້ຕິດຕາມລິ້ງ.
    • ການເຮັດວຽກຂອງໜ້າເວັບຫຼອກລວງ: ເວັບໄຊທ໌ທີ່ມີຕົວປະສານຜູ້ໃຊ້ທີ່ຊັກນໍາຢ່າງຜິດໆ ຊຶ່ງສົ່ງຜົນໃຫ້ສ້າງການຈະລາຈອນໂດຍບໍ່ຕັ້ງໃຈ (ເຊັ່ນ: ປັອບອັບ/ປັອບອັບຢູ່ກ້ອງ, ການຫຼອກໃຫ້ຄລິກ ແລະ ອື່ນໆ). ສິ່ງນີ້ລວມເຖິງກົນອຸບາຍຕ່າງໆ ເຊັ່ນ: ການວາງກັບດັກ ຊຶ່ງປັອບອັບທີ່ບໍ່ກ່ຽວຂ້ອງປາກົດຂຶ້ນ ເມື່ອບຸກຄົນໜຶ່ງພະຍາຍາມອອກຈາກໜ້າເວັບ.
    • ການປອມແປງໜ້າເວັບປາຍທາງ ຫຼື ໂດເມນ - ໜ້າເວັບປາຍທາງນອກແພລັດຟອມ, URL ຫຼື ເວັບໄຊທ໌ພາຍນອກທີ່ແອບອ້າງເປັນແບຣນ ຫຼື ບໍລິການທີ່ມີຊື່ສຽງໂດຍໃຊ້ຊື່, ໂດເມນ ຫຼື ເນື້ອຫາທີ່ມີການສະກົດຄຳຜິດ ຫຼື ວິທີອື່ນໃນການແອບອ້າງເປັນແບຣນທີ່ມີຊື່ສຽງໂດຍໃຊ້ໜ້າເວັບປາຍທາງທີ່ຄ້າຍກັບເວັບໄຊທ໌ອື່ນທີ່ເຊື່ອຖືໄດ້.
    • ການນໍາໃຊ້ URL ຫຼື ລິ້ງທີ່ຫຼອກລວງອື່ນໆ ຊຶ່ງມີລັກສະນະຄ້າຍຄືກັນຫຼາຍກັບຂ້າງເທິງ.
  • ເຖິງແມ່ນຈະມີຂໍ້ກຳນົດຂ້າງເທິງ, ພວກເຮົາບໍ່ເກືອດຫ້າມ:
    • ການສົ່ງເສີມຮ່ວມ ທີ່ເກີດຈາກການຊໍາລະເງິນໄປຫາພາກສ່ວນທີສາມ
    • ການສົ່ງຕໍ່ຄວາມຮັບຜິດຊອບຂອງແອັດມິນ ຫຼື ການດູແລໜ້າ ຫຼື ກຸ່ມ ໄປຫາຜູ້ໃຊ້ຄົນອື່ນ ອີງໃສ່ຜົນປະໂຫຍດຂອງພວກເຂົາ ໃນໜ້າ ຫຼື ກຸ່ມ, ແທນທີ່ຈະເປັນການແລກປ່ຽນຄຸນຄ່າ.
    • ການໂພສ ຫຼື ແບ່ງປັນເນື້ອຫາທີ່ມີຍີ່ຫໍ້ທີ່ລະບຸຢ່າງຊັດເຈນ.
ປະສົບການຜູ້ໃຊ້
ເບິ່ງບາງຕົວຢ່າງຂອງການບັງຄັບໃຊ້ວ່າມີລັກສະນະແນວໃດສຳລັບຄົນຢູ່ໃນ Facebook ເຊັ່ນ: ການລາຍງານບາງສິ່ງທີ່ທ່ານບໍ່ຄິດວ່າຄວນຈະມີຢູ່ໃນ Facebook ແມ່ນຈະມີລັກສະນະແນວໃດ, ເພື່ອບອກໃຫ້ຮູ້ວ່າທ່ານໄດ້ລະເມີດມາດຕະຖານຊຸມຊົນຂອງພວກເຮົາ ແລະ ເບິ່ງໜ້າຈໍຄຳເຕືອນສຳລັບເນື້ອຫາບາງຢ່າງ.
ໝາຍເຫດ: ພວກເຮົາກຳລັງປັບປຸງຢູ່ສະເໝີ, ດັ່ງນັ້ນສິ່ງທີ່ທ່ານເຫັນຢູ່ນີ້ອາດຈະຊັກຊ້າເລັກນ້ອຍ ເມື່ອທຽບກັບສິ່ງທີ່ພວກເຮົາໃຊ້ໃນປັດຈຸບັນ.
ປະສົບການຜູ້ໃຊ້
ການລາຍງານ
ປະສົບການຜູ້ໃຊ້
ການ​ສື່​ສານ​ຫຼັງ​ການ​ລາຍ​ງານ​
ປະສົບການຜູ້ໃຊ້
ປະສົບການການລຶບອອກ
ປະສົບການຜູ້ໃຊ້
ໜ້າຈໍຄຳເຕືອນ
ຂໍ້ມູນ
ເບິ່ງບົດລາຍງານການບັງຄັບໃຊ້ມາດຕະຖານຊຸມຊົນຫຼ້າສຸດ
ການບັງຄັບໃຊ້
ພວກເຮົາມີນະໂຍບາຍດຽວກັນທົ່ວໂລກສໍາລັບທຸກຄົນໃນ Facebook.
ທີມງານກວດສອບ
ທີມງານກວດສອບທົ່ວໂລກຂອງພວກເຮົາຫຼາຍກວ່າ 15,000 ຄົນເຮັດວຽກທຸກໆມື້ ເພື່ອເຮັດໃຫ້ຄົນທີ່ຢູ່ໃນ Facebook ມີຄວາມປອດໄພ.
ການມີສ່ວນຮ່ວມຂອງຜູ້ມີສ່ວນກ່ຽວຂ້ອງ
ຜູ້ຊ່ຽວຊານ, ນັກວິຊາການ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ແລະ ຜູ້ສ້າງນະໂຍບາຍຈາກພາຍນອກຊ່ວຍແຈ້ງມາດຕະຖານຊຸມຊົນຂອງ Facebook.
ຂໍຄວາມຊ່ວຍເຫຼືອກັບເລື່ອງສະແປມ
ສຶກສາວ່າທ່ານສາມາດເຮັດຫຍັງໄດ້ ຖ້າທ່ານເຫັນບາງສິ່ງຢູ່ Facebook ທີ່ຂັດກັບມາດຕະຖານຊຸມຊົນຂອງພວກເຮົາ.
ເຂົ້າເບິ່ງສູນການຊ່ວຍເຫຼືອຂອງພວກເຮົາ