ການຊັກຊວນທາງເພດສຳລັບຜູ້ໃຫຍ່ ແລະ ​ພາ​ສາທີ່ບໍ່ເໝາະສົມ​ທາງ​ເພດ​

ລາຍລະອຽດນະໂຍບາຍ

ປ່ຽນບັນທຶກ
ເຫດຜົນດ້ານນະໂຍບາຍ
ຕາມທີ່ລະບຸໄວ້ໃນນະໂຍບາຍ ການສະແຫວງຫາຜົນປະໂຫຍດທາງເພດສຳລັບຜູ້ໃຫຍ່, ຄົນທີ່ໃຊ້ບໍລິການຂອງພວກເຮົາ ເພື່ອສົນທະນາ ແລະ ດຶງຄວາມສົນໃຈໄປທີ່ຄວາມຮຸນແຮງທາງເພດ ແລະ ການສະແຫວງຫາຜົນປະໂຫຍດ. ພວກເຮົາຮັບຮູ້ເຖິງຄວາມສໍາຄັນຂອງ ແລະ ອະນຸຍາດໃຫ້ການສົນທະນານີ້. ນອກຈາກນີ້ ພວກເຮົາຍັງອະນຸຍາດໃຫ້ການສົນທະນາກ່ຽວກັບການສົ່ງເສີມສິດທິແຮງງານທາງເພດ ແລະ ລະບຽບການກ່ຽວກັບວຽກງານທາງເພດ. ຢ່າງໃດກໍ່ຕາມ, ພວກເຮົາແຕ້ມເສັ້ນແບ່ງເມື່ອເນື້ອຫາອຳນວຍຄວາມສະດວກການປະເຊີນໜ້າທາງເພດ ຫຼື ບໍລິການທາງເພດໃນທາງການຄ້າລະຫວ່າງຜູ້ໃຫຍ່ ຫຼື ເມື່ອເນື້ອຫາຮ້ອງຂໍ ຫຼື ສະເໜີເນື້ອຫາລາມົກອານາຈານ ຫຼື ທາງເພດ. ພວກເຮົາເຮັດແບບນີ້ເພື່ອຫຼີກເວັ້ນການອຳນວຍຄວາມສະດວກໃນການເຮັດທຸລະກຳທີ່ກ່ຽວຂ້ອງກັບການຄ້າມະນຸດ, ການບີບບັງຄັບ ແລະ ການກະທຳທາງເພດທີ່ບໍ່ໄດ້ຮັບຄວາມຍິນຍອມ.
ນອກຈາກນັ້ນ, ພວກເຮົາຍັງຈຳກັດການໃຊ້ພາສາທີ່ສື່ລັກສະນະທາງເພດເຊິ່ງອາດນຳໄປສູ່ການຊັກຊວນທາງເພດເນື່ອງຈາກຜູ້ຊົມບາງຄົນໃນຊຸມຊົນທົ່ວໂລກຂອງພວກເຮົາອາດມີຄວາມຮູ້ສຶກອ່ອນໄຫວຕໍ່ເນື້ອໃນປະເພດນີ້ ແລະ ມັນອາດຂັດຂວາງຄວາມສາມາດໃນການຕິດຕໍ່ກັບໝູ່ເພື່ອນຂອງພວກເຂົາ ແລະ ຊຸມຊົນໃນວົງກວ້າງ.
ພວກເຮົາບໍ່ອະນຸຍາດ:
ເນື້ອ​ໃນ​ທີ່​ສະໜອງ​ໃຫ້​, ຂໍ​ ຫຼື​ ສະໜອງ​ວິ​ທີ​ການ​ສໍາ​ລັບ​ການ​ຕິດ​ຕໍ່​ສໍາ​ລັບ​ການ​ຄ້າ​ປະ​ເວ​ນີ​, ຊຶ່ງ​ຖືກ​ກໍາ​ນົດ​ເປັນ​ການ​ຮ້ອງ​ຂໍ​ ຫຼື​ ສະ​ເໜີີ​ໃຫ້​ຕົນ​ເອງ​ສໍາ​ລັບ​ການ​ມີ​ເພດສຳພັນ ​ເພື່ອ​ແລກ​ປ່ຽນ​ເປັນ​ເງິນ​ ຫຼື​ ສິ່ງ​ທີ່​ມີ​ຄ່າ​ໂດຍ​:
  • ສະເໜີ ຫຼື ຮ້ອງຂໍໃຫ້ມີເພດສຳພັນ (ຕົວຢ່າງ: ບໍລິການພາທ່ຽວ, ການນວດທາງເພດ/ຍົ້ວຍວນ, ການລົມ/ການສົນທະນາທາງເພດ, ການບໍລິການສິ່ງຂອງທີ່ກະຕຸ້ນອາລົມ/ການຄອບງຳ)
  • ຄໍາ​ສັບສະແລງສໍາ​ລັບ​ການ​ຄ້າ​ປະ​ເວ​ນີ​ລວມ​ກັບ​ການ​ຮ້ອງ​ຂໍ ​ຫຼື ​ການ​ສະ​ເໜີີ​ຂອງ​ການ​ມີໃຫ້​, ລາ​ຄາ ຫຼື ສັນຍານຂອງທຸລະກໍາໃດໆສໍາລັບເງິນ ຫຼື ບາງສິ່ງບາງຢ່າງທີ່ມີຄຸນຄ່າ​, ສະ​ຖານ​ທີ່​ ຫຼື ​ຂໍ້​ມູນ​ການ​ຕິດ​ຕໍ່
  • ການມີສ່ວນຮ່ວມໃນການຊັກຊວນທາງເພດບວກກັບລາຄາ ຫຼື ສັນຍານຂອງການເຮັດທຸລະກໍາສໍາລັບເງິນ ຫຼື ບາງສິ່ງບາງຢ່າງທີ່ມີຄຸນຄ່າ
  • ການສະແດງ ຫຼື ກ່າວເຖິງການມີເພດສຳພັນ ຫຼື ຄູ່ຮ່ວມເພດທີ່ມີລາຄາ ຫຼື ສັນຍານໃດໆກໍຕາມຂອງທຸລະກໍາທີ່ເປັນເງິນ ຫຼື ວັດຖຸ.
  • ການຮັບສະໝັກ ຫຼື ສະເໜີໃຫ້ຜູ້ອື່ນສຳລັບວຽກທາງເພດທາງການຄ້າຂອງບຸກຄົນທີສາມແມ່ນກວມເອົາໂດຍນະໂຍບາຍການສະແຫວງຫາຜົນປະໂຫຍດຈາກມະນຸດ.
ເນື້ອ​ໃນ​ທີ່​ມີ​ສ່ວນ​ຮ່ວມ​ໃນ​ການ​ຊັກ​ຊວນ​ທາງ​ເພດ​ໂດຍ​ການ​ສະ​ເໜີ​, ການ​ຮ້ອງ​ຂໍ ​ຫຼື​ ການ​ສະ​ໜອງ​ວິ​ທີ​ການ​ສໍາ​ລັບ​ການ​ມີ​ເພດ​ສຳພັນ ເຊັ່ນ​:
  • ການຮ່ວມເພດ ຫຼື ການກະຕຸ້ນ
  • ການຮ່ວມເພດທາງປາກ
  • ຄວາມຫຼົງໄຫຼທາງເພດ
  • ການແຊັດ ຫຼື ການສົນທະນາທາງເພດ
  • ການນວດ ຫຼື ຍົ້ວອາລົມທາງເພດ
  • ເຕັ້ນລຳ ຫຼື ເຕັ້ນລຳຖອດເຄື່ອງແບບຍົ້ວອາລົມ
  • ການແບ່ງປັນຮູບພາບເປືອຍກາຍ (ເຊັ່ນ: ການເປືອຍກາຍ, ວິດີໂອການມີເພດສຳພັນ)
ເນື້ອຫາທີ່ຮ້ອງຂໍ, ສະເໜີ ຫຼື ສະໜອງວິທີການຕິດຕໍ່ເພື່ອຊື້ອຸປະກອນລາມົກ ຫຼື ປະກອບດ້ວຍຊື່ຜູ້ໃຊ້ ຫຼື ການເຊື່ອມຕໍ່ກັບເວັບໄຊທ໌ລາມົກ.
ພາສາທີ່ຊັດເຈນທາງເພດທີ່ໃຊ້ລາຍລະອຽດທີ່ຊັດເຈນ ຫຼື ຊັດເຈນກ່ຽວກັບ:
  • ອະໄວຍະວະເພດ,
  • ສະຖານະຂອງການປຸກອາລົມທາງເພດ (ເຊັ່ນ: ຄວາມປຽກ ຫຼື ການແຂງຕົວ່)
  • ເພດສໍາພັນ
  • ຂ້າງເທິງນີ້ບໍ່ລວມເອົາເນື້ອໃນທີ່ແບ່ງປັນໃນບໍລິບົດທີ່ຕະຫຼົກ, ເຍາະເຍີ້ຍ ຫຼື ເປັນການສາບແຊ່ງທາງເພດ.
ພວກ​ເຮົາ​ອະ​ນຸ​ຍາດ​ໃຫ້​ມີ​ເນື້ອຫາທີ່​ຖືກ​ຄຸ້ມຄອງເປັນ​ຢ່າງ​ອື່ນ​ໂດຍ​ນະ​ໂຍ​ບາຍ​ນີ້​ໃນ​ເວ​ລາ​ທີ່ໂພສໃນບໍລິບົດການ​ກ່າວ​ໂທດ​, ການ​ສຶກ​ສາ​, ການ​ປູກ​ຈິດ​ສໍາ​ນຶກ ​ຫຼື ການ​ລາຍ​ງານ​ຂ່າວ​. ພວກເຮົາຍັງບໍ່ໄດ້ຫ້າມການສົນທະນາກ່ຽວກັບການປະຕິບັດທາງເພດພາຍໃຕ້ນະໂຍບາຍດັ່ງກ່າວ. ແນວໃດກໍ່ຕາມ, ສິ່ງເຫຼົ່ານີ້ສາມາດຖືກຈຳກັດໃຫ້ສະເພາະຜູ້ໃຫຍ່ທີ່ມີອາຍຸເກີນ 18 ປີ ຕາມນະໂຍບາຍສຸຂະພາບ ແລະ ການເປັນຢູ່ທີ່ດີ ເພື່ອອຳນວຍຄວາມສະດວກໃຫ້ແກ່ປະສົບການທີ່ເໝາະສົມກັບອາຍຸສຳລັບຜູ້ເຍົາ.
ສຳລັບເນື້ອຫາດັ່ງຕໍ່ໄປນີ້, ພວກເຮົາຈຳກັດຄວາມສາມາດໃນການເບິ່ງເນື້ອຫາສຳລັບຜູ້ໃຫຍ່ທີ່ມີອາຍຸ 18 ປີຂຶ້ນໄປ:
  • ເນື້ອຫາທີ່ສົນທະນາກ່ຽວກັບການປະຕິບັດທາງເພດ ຫຼືປະສົບການ
  • ເນື້ອຫາທີ່ມີຊື່ຜູ້ໃຊ້, ລິ້ງໄປຫາ ຫຼື ໂລໂກ້ຂອງເວັບໄຊທ໌ສະໝັກສະມາຊິກຜູ້ໃຫຍ່
  • ພາສາທີ່ມີລັກສະນະທາງເພດຢ່າງຈະແຈ້ງໃນບໍລິບົດທີ່ຕະຫຼົກ ຫຼື ເຍາະເຍີ້ຍ ລວມທັງ ຄຳອຸປະມາທາງເພດ
  • ພາສາທີ່ແນະນຳທາງເພດທີ່ໝາຍເຖິງການມີເພດສຳພັນ
ສຳລັບມາດຕະຖານຊຸມຊົນຕໍ່ໄປນີ້, ພວກເຮົາຕ້ອງການຂໍ້ມູນເພີ່ມເຕີມ ແລະ/ຫຼື ບໍລິບົດເພື່ອບັງຄັບໃຊ້:
  • ໃນບາງກໍລະນີ, ພວກເຮົາຈະອະນຸຍາດໃຫ້ມີເນື້ອຫາທີ່ອາດລະເມີດມາດຕະຖານຊຸມຊົນໄດ້ເມື່ອພິຈາລະນາແລ້ວວ່າເນື້ອຫາດັ່ງກ່າວເປັນການສຽດສີ. ເນື້ອຫາຈະໄດ້ຮັບອະນຸຍາດກໍ່ຕໍ່ເມື່ອອົງປະກອບທີ່ລະເມີດຂອງເນື້ອຫານັ້ນມີການສຽດສີ ຫຼື ອ້າງເຖິງບາງຢ່າງ ຫຼື ບຸກຄົນອື່ນເພື່ອເຍາະເຍີ້ຍ ຫຼື ວິພາກວິຈານພວກເຂົາເທົ່ານັ້ນ.
ປະສົບການຜູ້ໃຊ້
ເບິ່ງບາງຕົວຢ່າງຂອງການບັງຄັບໃຊ້ວ່າມີລັກສະນະແນວໃດສຳລັບຄົນຢູ່ໃນ Facebook ເຊັ່ນ: ການລາຍງານບາງສິ່ງທີ່ທ່ານບໍ່ຄິດວ່າຄວນຈະມີຢູ່ໃນ Facebook ແມ່ນຈະມີລັກສະນະແນວໃດ, ເພື່ອບອກໃຫ້ຮູ້ວ່າທ່ານໄດ້ລະເມີດມາດຕະຖານຊຸມຊົນຂອງພວກເຮົາ ແລະ ເບິ່ງໜ້າຈໍຄຳເຕືອນສຳລັບເນື້ອຫາບາງຢ່າງ.
ໝາຍເຫດ: ພວກເຮົາກຳລັງປັບປຸງຢູ່ສະເໝີ, ດັ່ງນັ້ນສິ່ງທີ່ທ່ານເຫັນຢູ່ນີ້ອາດຈະຊັກຊ້າເລັກນ້ອຍ ເມື່ອທຽບກັບສິ່ງທີ່ພວກເຮົາໃຊ້ໃນປັດຈຸບັນ.
ປະສົບການຜູ້ໃຊ້
ການລາຍງານ
ປະສົບການຜູ້ໃຊ້
ການ​ສື່​ສານ​ຫຼັງ​ການ​ລາຍ​ງານ​
ປະສົບການຜູ້ໃຊ້
ປະສົບການການລຶບອອກ
ປະສົບການຜູ້ໃຊ້
ໜ້າຈໍຄຳເຕືອນ
ການບັງຄັບໃຊ້
ພວກເຮົາມີນະໂຍບາຍດຽວກັນທົ່ວໂລກສໍາລັບທຸກຄົນໃນ Facebook.
ທີມງານກວດສອບ
ທີມງານກວດສອບທົ່ວໂລກຂອງພວກເຮົາຫຼາຍກວ່າ 15,000 ຄົນເຮັດວຽກທຸກໆມື້ ເພື່ອເຮັດໃຫ້ຄົນທີ່ຢູ່ໃນ Facebook ມີຄວາມປອດໄພ.
ການມີສ່ວນຮ່ວມຂອງຜູ້ມີສ່ວນກ່ຽວຂ້ອງ
ຜູ້ຊ່ຽວຊານ, ນັກວິຊາການ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ແລະ ຜູ້ສ້າງນະໂຍບາຍຈາກພາຍນອກຊ່ວຍແຈ້ງມາດຕະຖານຊຸມຊົນຂອງ Facebook.
ຂໍຄວາມຊ່ວຍເຫຼືອກ່ຽວກັບການຊັກຊວນທາງເພດສຳລັບຜູ້ໃຫຍ່ ແລະ ​ພາ​ສາທີ່ບໍ່ເໝາະສົມ​ທາງ​ເພດ​
ສຶກສາວ່າທ່ານສາມາດເຮັດຫຍັງໄດ້ ຖ້າທ່ານເຫັນບາງສິ່ງຢູ່ Facebook ທີ່ຂັດກັບມາດຕະຖານຊຸມຊົນຂອງພວກເຮົາ.
ເຂົ້າເບິ່ງສູນການຊ່ວຍເຫຼືອຂອງພວກເຮົາ