ການເຮັດໃຫ້ເປັນອະນຸສອນ

ລາຍລະອຽດນະໂຍບາຍ

ປ່ຽນບັນທຶກ
ເຫດຜົນດ້ານນະໂຍບາຍ
ເມື່ອມີຄົນເສຍຊີວິດ, ໝູ່ ແລະ ຄອບຄົວສາມາດຮ້ອງຂໍໃຫ້ພວກເຮົາດຳເນີນການລະນຶກເຖິງບັນຊີຂອງເຂົາເຈົ້າໄດ້. ເມື່ອຖືກເຮັດໃຫ້ເປັນຄວາມຊົງຈຳແລ້ວ, ຄຳວ່າ: "ລະນຶກເຖິງ" ຈະປາກົດຢູ່ເທິງຊື່ຂອງໂປຣໄຟລ໌ຂອງບຸກຄົນນັ້ນ, ດັ່ງນັ້ນ ບັນຊີນັ້ນຈະກາຍເປັນເວັບໄຊທ໌ຂອງການລະນຶກເຖິງ. ການສ້າງບັນຊີຄວາມຊົງຈຳຊ່ວຍສ້າງພື້ນທີ່ສໍາລັບການລະນຶກເຖິງຄົນທີ່ຮັກ ແລະ ປົກປ້ອງຈາກການພະຍາຍາມເຂົ້າສູ່ລະບົບ ແລະ ກິດຈະກໍາການສໍ້ໂກງ. ເພື່ອເຄົາລົບຕົວເລືອກທີ່ມີຄົນເຮັດໄວ້ໃນຂະນະທີ່ຍັງມີຊີວິດຢູ່, ພວກເຮົາຈຶ່ງຕັ້ງເປົ້າໝາຍທີ່ຈະຮັກສາບັນຊີຂອງເຂົາເຈົ້າໄວ້ໂດຍບໍ່ມີການປ່ຽນແປງຫຼັງຈາກທີ່ເຂົາເຈົ້າເສຍຊີວິດ.
ຢູ່ Facebook, ພວກເຮົາໄດ້ເຮັດໃຫ້ຜູ້ຄົນສາມາດລະບຸ ຜູ້ສືບທອດບັນຊີ ເພື່ອດູແລບັນຊີຂອງເຂົາເຈົ້າຫຼັງຈາກທີ່ເຂົາເຈົ້າເສຍຊີວິດໄດ້. ເພື່ອຊ່ວຍເຫຼືອຜູ້ຈາກໄປ, ໃນບາງກໍລະນີພວກເຮົາອາດລຶບ ຫຼື ປ່ຽນແປງເນື້ອຫາບາງຢ່າງເມື່ອຜູ້ສືບທອດບັນຊີ ຫຼື ສະມາຊິກໃນຄອບຄົວຮ້ອງຂໍມັນ.
ຄຳຮ້ອງຂໍໃຫ້ລະນຶກເຖິງບັນຊີ Facebook ຫຼື Instagram ທີ່ເປັນຂອງຜູ້ເສຍຊີວິດ ແມ່ນສາມາດເຮັດໄດ້ໂດຍການນຳໃຊ້ຂໍ້ມູນທີ່ຈຳເປັນ ໂດຍ:
  • ໝູ່ໃນ Facebook
  • ຜູ້ຕິດຕາມໃນ Instagram
  • ສະມາຊິກຄອບຄົວທີ່ມີເອກະສານຢັ້ງຢືນຢ່າງຖືກຕ້ອງ
ສຳລັບຜູ້ທີ່ຕົກເປັນເຫຍື່ອຂອງການຄາດຕະກຳ ແລະ ການຂ້າຕົວຕາຍ, ພວກເຮົາຈະລຶບເນື້ອຫາຕໍ່ໄປນີ້ອອກຈາກ Facebook ແລະ Instagram ຫາກປາກົດຢູ່ຮູບໂປຣໄຟລ໌, ຮູບໜ້າປົກຂອງຜູ້ເສຍຊີວິດ ຫຼື ໃນໂພສຢູ່ທາມລາຍຫຼ້າສຸດ ເມື່ອໄດ້ຮັບການຮ້ອງຂໍຈາກສະມາຊິກຄອບຄົວຂອງຜູ້ເສຍຊີວິດ. ພວກເຮົາອາດຈະລຶບເນື້ອຫານີ້ຢູ່ Facebook ອອກເມື່ອໄດ້ຮັບການຮ້ອງຂໍຈາກຜູ້ສືບທອດບັນຊີ Facebook:
  • ເນື້ອຫາທີ່ກ່ຽວຂ້ອງກັບການເສຍຊີວິດ
  • ການຍ້ອງຍໍ ຫຼື ສະໜັບສະໜຸນການເສຍຊີວິດ, ພະຍາດ ຫຼື ອັນຕະລາຍຂອງຜູ້ເສຍຊີວິດ
  • ການສະແດງຮູບວັດຖຸທີ່ໃຊ້ໃນການເສຍຊີວິດຂອງຜູ້ກ່ຽວ.
  • ຮູບຜູ້ຖືກຕັດສິນວ່າມີຄວາມຜິດ ຫຼື ຖືກກ່າວຫາວ່າເປັນຄາດຕະກອນຂອງຜູ້ເສຍຊີວິດ.
  • ສະຖານະຄວາມສຳພັນ ຫຼື ສະຖານະໝູ່ຂອງຜູ້ຖືກຕັດສິນລົງໂທດ ຫຼື ຜູ້ຖືກກ່າວຫາວ່າເປັນຄາດຕະກອນຂອງຜູ້ເສຍຊີວິດ
ສຳລັບມາດຕະຖານຊຸມຊົນຕໍ່ໄປນີ້, ພວກເຮົາຕ້ອງການຂໍ້ມູນ ແລະ/ຫຼື ເນື້ອຫາ ເພີ່ມເຕີມເພື່ອດຳເນີນການປ່ຽນແປງຕໍ່ໄປນີ້ ເມື່ອໄດ້ຮັບການຮ້ອງຂໍໂດຍຜູ້ຕາງໜ້າທີ່ໄດ້ຮັບອະນຸຍາດຂອງຜູ້ເສຍຊີວິດ ແລະ ຢູ່ Facebook ສະເພາະ ໂດຍຜູ້ສືບທອດບັນຊີ:
  • ລຶບຄຳເຫັນທີ່ລະເມີດໃນໂປຣໄຟລ໌ທີ່ເກັບໄວ້ເປັນອານຸສອນ, ເຊິ່ງໂດຍທົ່ວໄປແລ້ວຈະຕ້ອງໃຫ້ບຸກຄົນນັ້ນລາຍງານຕົນເອງ ເພື່ອໃຫ້ພວກເຮົາຮູ້ວ່າຄວາມເຫັນເຫຼົ່ານັ້ນບໍ່ເປັນທີ່ຕ້ອງການ.
  • ປ່ຽນການຕັ້ງຄ່າຄວາມເປັນສ່ວນຕົວຂອງຜູ້ເສຍຊີວິດ ຈາກສາທາລະນະເປັນແບບໝູ່ເທົ່ານັ້ນ ເມື່ອມີເນື້ອໃນທີ່ເປັນອັນຕະລາຍໃນໂປຣໄຟລ໌
  • ປ່ຽນຊື່ຢູ່ໂປໄຟລ໌ທີ່ລະເມີດມາດຕະຖານຊຸມຊົນຂອງພວກເຮົາ ໃຫ້ສອດຄ່ອງກັບນະໂຍບາຍຊື່ແທ້ຂອງພວກເຮົາ
  • ເພີ່ມໝູ່ ຫຼື ຜູ້ຕິດຕາມໃສ່ໂປຣໄຟລ໌ຫາກເຂົາເຈົ້າຖືກລຶບອອກພາຍຫຼັງການຈາກໄປຂອງຜູ້ເສຍຊີວິດ
ປະສົບການຜູ້ໃຊ້
ເບິ່ງບາງຕົວຢ່າງຂອງການບັງຄັບໃຊ້ວ່າມີລັກສະນະແນວໃດສຳລັບຄົນຢູ່ໃນ Facebook ເຊັ່ນ: ການລາຍງານບາງສິ່ງທີ່ທ່ານບໍ່ຄິດວ່າຄວນຈະມີຢູ່ໃນ Facebook ແມ່ນຈະມີລັກສະນະແນວໃດ, ເພື່ອບອກໃຫ້ຮູ້ວ່າທ່ານໄດ້ລະເມີດມາດຕະຖານຊຸມຊົນຂອງພວກເຮົາ ແລະ ເບິ່ງໜ້າຈໍຄຳເຕືອນສຳລັບເນື້ອຫາບາງຢ່າງ.
ໝາຍເຫດ: ພວກເຮົາກຳລັງປັບປຸງຢູ່ສະເໝີ, ດັ່ງນັ້ນສິ່ງທີ່ທ່ານເຫັນຢູ່ນີ້ອາດຈະຊັກຊ້າເລັກນ້ອຍ ເມື່ອທຽບກັບສິ່ງທີ່ພວກເຮົາໃຊ້ໃນປັດຈຸບັນ.
ປະສົບການຜູ້ໃຊ້
ການລາຍງານ
ປະສົບການຜູ້ໃຊ້
ການ​ສື່​ສານ​ຫຼັງ​ການ​ລາຍ​ງານ​
ປະສົບການຜູ້ໃຊ້
ປະສົບການການລຶບອອກ
ປະສົບການຜູ້ໃຊ້
ໜ້າຈໍຄຳເຕືອນ
ການບັງຄັບໃຊ້
ພວກເຮົາມີນະໂຍບາຍດຽວກັນທົ່ວໂລກສໍາລັບທຸກຄົນໃນ Facebook.
ທີມງານກວດສອບ
ທີມງານກວດສອບທົ່ວໂລກຂອງພວກເຮົາຫຼາຍກວ່າ 15,000 ຄົນເຮັດວຽກທຸກໆມື້ ເພື່ອເຮັດໃຫ້ຄົນທີ່ຢູ່ໃນ Facebook ມີຄວາມປອດໄພ.
ການມີສ່ວນຮ່ວມຂອງຜູ້ມີສ່ວນກ່ຽວຂ້ອງ
ຜູ້ຊ່ຽວຊານ, ນັກວິຊາການ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ແລະ ຜູ້ສ້າງນະໂຍບາຍຈາກພາຍນອກຊ່ວຍແຈ້ງມາດຕະຖານຊຸມຊົນຂອງ Facebook.
ຂໍຄວາມຊ່ວຍເຫຼືອກ່ຽວກັບການເຮັດໃຫ້ເປັນອະນຸສອນ
ສຶກສາວ່າທ່ານສາມາດເຮັດຫຍັງໄດ້ ຖ້າທ່ານເຫັນບາງສິ່ງຢູ່ Facebook ທີ່ຂັດກັບມາດຕະຖານຊຸມຊົນຂອງພວກເຮົາ.
ເຂົ້າເບິ່ງສູນການຊ່ວຍເຫຼືອຂອງພວກເຮົາ