ເນື້ອຫາ, ຜະລິດຕະພັນ ຫຼື ການບໍລິການທີ່ຜິດກົດໝາຍທ້ອງຖິ່ນ

ລາຍລະອຽດນະໂຍບາຍ

ປ່ຽນບັນທຶກ
ເຫດຜົນດ້ານນະໂຍບາຍ
ເມື່ອໜ່ວຍງານຄຸ້ມຄອງ ຫຼື ໜ່ວຍງານຂອງລັດເຫັນວ່າເນື້ອຫາຢູ່ບໍລິການຂອງພວກເຮົາຂັດກັບກົດໝາຍທ້ອງຖິ່ນ, ເຂົາເຈົ້າຈະຂໍໃຫ້ພວກເຮົາຈຳກັດເນື້ອຫາດັ່ງກ່າວ. ໜ່ວຍງານທີ່ບໍ່ແມ່ນລັດຖະບານ ຫຼື ປະຊາຊົນທົ່ວໄປຍັງສາມາດສົ່ງລາຍງານທີ່ກ່າວຫາວ່າເນື້ອຫານັ້ນຜິດກົດໝາຍໄດ້. ພວກເຮົາອາດຈະໄດ້ຮັບຄຳສັ່ງສານອີກດ້ວຍ.
ເມື່ອພວກເຮົາໄດ້ຮັບການລາຍງານ ຫຼື ຄຳສັ່ງສານ, ກ່ອນອື່ນ ພວກເຮົາຈະກວດສອບເນື້ອຫາຕາມມາດຕະຖານຊຸມຊົນ. ຖ້າພວກເຮົາພົບວ່າ ເນື້ອຫາດັ່ງກ່າວຂັດກັບນະໂຍບາຍຂອງພວກເຮົາ, ພວກເຮົາຈະລຶບມັນອອກ. ຖ້າເນື້ອຫາບໍ່ຂັດກັບນະໂຍບາຍຂອງພວກເຮົາ, ອີງຕາມຄຳໝາຍໝັ້ນຂອງພວກເຮົາໃນນາມສະມາຊິກຂອງ ຂໍ້ລິເລີ່ມເຄືອຂ່າຍລະດັບໂລກ ແລະ ນະໂຍບາຍສິດທິມະນຸດຂອງອົງກອນຂອງພວກເຮົາ, ພວກເຮົາຈະດຳເນີນການກວດສອບດ້ານກົດໝາຍຢ່າງລະອຽດ ພ້ອມທັງການກວດສອບຄວາມຄົບຖ້ວນດ້ານສິດທິມະນຸດເພື່ອກຳນົດວ່າລາຍງານນັ້ນຖືກຕ້ອງຫຼືບໍ່.
ໃນກໍລະນີທີ່ພວກເຮົາເຊື່ອວ່າລາຍງານນັ້ນບໍ່ຖືກຕ້ອງຕາມກົດໝາຍ, ມີເນື້ອຫາກວ້າງເກີນໄປ ຫຼື ບໍ່ສອດຄ່ອງກັບມາດຕະຖານສິດທິມະນຸດສາກົນ, ພວກເຮົາຈະຮ້ອງຂໍການຊີ້ແຈງ ຫຼື ບໍ່ດຳເນີນການໃດໆ.
ກໍລະນີທີ່ພວກເຮົາຕ້ອງດຳເນີນການຕໍ່ເນື້ອຫາຜູ້ໃຊ້ບົນພື້ນຖານກົດໝາຍທ້ອງຖິ່ນ ແທນທີ່ຈະເປັນມາດຕະຖານຊຸມຊົນຂອງພວກເຮົາ, ພວກເຮົາຈະພະຍາຍາມຈຳກັດການເຂົ້າເຖິງເນື້ອຫາສະເພາະແຕ່ເຂດອຳນາດສານທີ່ມັນຖືກກ່າວຫາວ່າຜິດກົດໝາຍເທົ່ານັ້ນ ແລະ ຈະບໍ່ກຳນົດໂທດ ຫຼື ການຈຳກັດຄຸນສົມບັດອື່ນອີກ. ພວກເຮົາຍັງແຈ້ງຜູ້ໃຊ້ທີ່ໄດ້ຮັບຜົນກະທົບອີກ.
ພວກເຮົາຍັງເຜີຍແຜ່ລາຍງານທີ່ມີລາຍລະອຽດກ່ຽວກັບວິທີທີ່ພວກເຮົາປະເມີນການລາຍງານເນື້ອຫາທີ່ລະເມີດກົດໝາຍທ້ອງຖິ່ນ ແລະ ກໍລະນີທີ່ພວກເຮົາຈຳກັດການເຂົ້າເຖິງເນື້ອຫາດັ່ງກ່າວ, ເບິ່ງລາຍລະອຽດ ບ່ອນນີ້.
ປະສົບການຜູ້ໃຊ້
ເບິ່ງບາງຕົວຢ່າງຂອງການບັງຄັບໃຊ້ວ່າມີລັກສະນະແນວໃດສຳລັບຄົນຢູ່ໃນ Facebook ເຊັ່ນ: ການລາຍງານບາງສິ່ງທີ່ທ່ານບໍ່ຄິດວ່າຄວນຈະມີຢູ່ໃນ Facebook ແມ່ນຈະມີລັກສະນະແນວໃດ, ເພື່ອບອກໃຫ້ຮູ້ວ່າທ່ານໄດ້ລະເມີດມາດຕະຖານຊຸມຊົນຂອງພວກເຮົາ ແລະ ເບິ່ງໜ້າຈໍຄຳເຕືອນສຳລັບເນື້ອຫາບາງຢ່າງ.
ໝາຍເຫດ: ພວກເຮົາກຳລັງປັບປຸງຢູ່ສະເໝີ, ດັ່ງນັ້ນສິ່ງທີ່ທ່ານເຫັນຢູ່ນີ້ອາດຈະຊັກຊ້າເລັກນ້ອຍ ເມື່ອທຽບກັບສິ່ງທີ່ພວກເຮົາໃຊ້ໃນປັດຈຸບັນ.
ປະສົບການຜູ້ໃຊ້
ການລາຍງານ
ປະສົບການຜູ້ໃຊ້
ການ​ສື່​ສານ​ຫຼັງ​ການ​ລາຍ​ງານ​
ປະສົບການຜູ້ໃຊ້
ປະສົບການການລຶບອອກ
ປະສົບການຜູ້ໃຊ້
ໜ້າຈໍຄຳເຕືອນ
ການບັງຄັບໃຊ້
ພວກເຮົາມີນະໂຍບາຍດຽວກັນທົ່ວໂລກສໍາລັບທຸກຄົນໃນ Facebook.
ທີມງານກວດສອບ
ທີມງານກວດສອບທົ່ວໂລກຂອງພວກເຮົາຫຼາຍກວ່າ 15,000 ຄົນເຮັດວຽກທຸກໆມື້ ເພື່ອເຮັດໃຫ້ຄົນທີ່ຢູ່ໃນ Facebook ມີຄວາມປອດໄພ.
ການມີສ່ວນຮ່ວມຂອງຜູ້ມີສ່ວນກ່ຽວຂ້ອງ
ຜູ້ຊ່ຽວຊານ, ນັກວິຊາການ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ແລະ ຜູ້ສ້າງນະໂຍບາຍຈາກພາຍນອກຊ່ວຍແຈ້ງມາດຕະຖານຊຸມຊົນຂອງ Facebook.
ຮັບການຊ່ວຍເຫຼືອດ້ວຍເນື້ອຫາ, ຜະລິດຕະພັນ ຫຼື ການບໍລິການທີ່ຜິດກົດໝາຍທ້ອງຖິ່ນ
ສຶກສາວ່າທ່ານສາມາດເຮັດຫຍັງໄດ້ ຖ້າທ່ານເຫັນບາງສິ່ງຢູ່ Facebook ທີ່ຂັດກັບມາດຕະຖານຊຸມຊົນຂອງພວກເຮົາ.
ເຂົ້າເບິ່ງສູນການຊ່ວຍເຫຼືອຂອງພວກເຮົາ