ການລະເມີດຊັບສິນທາງປັນຍາຂອງພາກສ່ວນທີສາມ

ລາຍລະອຽດນະໂຍບາຍ

ປ່ຽນບັນທຶກ
ເຫດຜົນດ້ານນະໂຍບາຍ
Meta ຖືເອົາ ສິດໃນຊັບສິນທາງປັນຍາ ເປັນສຳຄັນ ແລະ ມຸ່ງໝັ້ນໃນການປົກປ້ອງສິດທິເຫຼົ່ານີ້ ພ້ອມທັງສົ່ງເສີມການສະແດງອອກ, ຄວາມຄິດສ້າງສັນ ແລະ ນະວັດຕະກຳໃນພື້ນທີ່ທີ່ສ້າງຂຶ້ນໃນຄວາມໄວ້ວາງໃຈຂອງຊຸມຊົນ.
ດ້ວຍເຫດນີ້, ພວກເຮົາຈຶ່ງບັງຄັບໃຊ້ນະໂຍບາຍຕ້ານການໂພສເນື້ອຫາທີ່ລະເມີດສິດໃນຊັບສິນທາງປັນຍາຂອງບຸກຄົນໃດໜຶ່ງ, ເຊິ່ງຮວມທັງ ລິຂະສິດ, ເຄື່ອງໝາຍການຄ້າ ຫຼື ສິດທາງກົດໝາຍອື່ນໆ. ພວກເຮົາເຜີຍແຜ່ຂໍ້ມູນກ່ຽວກັບລາຍງານຊັບສິນທາງປັນຍາທີ່ພວກເຮົາໄດ້ຮັບໃນ ລາຍງານຄວາມໂປ່ງໃສຊັບສິນທາງປັນຍາ ຂອງພວກເຮົາ.
ເພື່ອລາຍງານເນື້ອຫາທີ່ທ່ານຮູ້ສຶກວ່າ ອາດຈະລະເມີດສິດໃນຊັບສິນທາງປັນຍາຂອງທ່ານ, ກະລຸນາເຂົ້າເບິ່ງ ສູນຊ່ວຍເຫຼືອຊັບສິນທາງປັນຍາ ຂອງພວກເຮົາ, ເຂົ້າເບິ່ງ ເພຈການປົກປ້ອງທຸລະກິດ ຂອງພວກເຮົາ ຫຼື ພິຈາລະນາສະໝັກເພື່ອເຂົ້າເຖິງ ການປົກປ້ອງສິດຍີ່ຫໍ້.
ເມື່ອໄດ້ຮັບລາຍງານຈາກຜູ້ຖືສິດ ຫຼື ຕົວແທນທີ່ໄດ້ຮັບອະນຸຍາດ, ພວກເຮົາຈະລຶບ ຫຼື ຈຳກັດເນື້ອຫາທີ່ກ່ຽວຂ້ອງກັບ:
  • ການລະເມີດລິຂະສິດ.
  • ການລະເມີດເຄື່ອງໝາຍການຄ້າ.
  • ການຂາຍ ຫຼື ການສົ່ງເສີມສິນຄ້າປອມ
  • ການຜູກຂາດກັບຍີ່ຫໍ້ຢ່າງບໍ່ຖືກຕ້ອງ
  • ການລະເມີດອື່ນ ຫຼື ລະເມີດຕໍ່ສິດໃນຊັບສິນທາງປັນຍາ ຫຼື ສິດໃນຊັບສິນອື່ນໆ
ພວກເຮົາຍັງລຶບເນື້ອຫາທີ່:
  • ມີສັນຍານວ່າເປັນການແນະນຳເນື້ອຫາທີ່ຂາຍ ຫຼື ສົ່ງເສີມການປອມແປງສິນຄ້າທີ່ມີຍີ່ຫໍ້
  • ມີລິ້ງນອກແພລັດຟອມໄປຫາເວັບໄຊທີ່ເນັ້ນການຂາຍ ຫຼື ສົ່ງເສີມສິນຄ້າທີ່ສົງໄສວ່າເປັນຂອງປອມ
  • ຂາຍ ຫຼື ສົ່ງເສີມສິນຄ້າທີ່ສົງໄສວ່າເປັນຂອງປອມທີ່ຄືກັນ ຫຼື ຄ້າຍຄືກັນຫຼາຍກັບເນື້ອຫາທີ່ຫາກໍຖືກລາຍງານວ່າເປັນສິນຄ້າທີ່ປອມແປງໂດຍຜູ້ຖືສິດ
  • ແບ່ງປັນ, ສົ່ງເສີມ ຫຼື ອຳນວຍຄວາມສະດວກໃຫ້ແກ່ການລະເມີດລິຂະສິດທີ່ຖືກສົງໄສ
ພວກເຮົາລຶບບັນຊີທີ່:
  • ເຂົ້າຮ່ວມການລະເມີດຊ້ຳຊ້ອນຕໍ່ນະໂຍບາຍນີ້.
ພວກເຮົາອະນຸຍາດເນື້ອຫາທີ່ໄດ້ຮັບອະນຸຍາດໂດຍຜູ້ຖືສິດ ແລະ ປະຕິບັດຕາມຫຼັກການນຳໃຊ້ຢ່າງເໝາະສົມທີ່ກຳນົດໄວ້
ປະສົບການຜູ້ໃຊ້
ເບິ່ງບາງຕົວຢ່າງຂອງການບັງຄັບໃຊ້ວ່າມີລັກສະນະແນວໃດສຳລັບຄົນຢູ່ໃນ Facebook ເຊັ່ນ: ການລາຍງານບາງສິ່ງທີ່ທ່ານບໍ່ຄິດວ່າຄວນຈະມີຢູ່ໃນ Facebook ແມ່ນຈະມີລັກສະນະແນວໃດ, ເພື່ອບອກໃຫ້ຮູ້ວ່າທ່ານໄດ້ລະເມີດມາດຕະຖານຊຸມຊົນຂອງພວກເຮົາ ແລະ ເບິ່ງໜ້າຈໍຄຳເຕືອນສຳລັບເນື້ອຫາບາງຢ່າງ.
ໝາຍເຫດ: ພວກເຮົາກຳລັງປັບປຸງຢູ່ສະເໝີ, ດັ່ງນັ້ນສິ່ງທີ່ທ່ານເຫັນຢູ່ນີ້ອາດຈະຊັກຊ້າເລັກນ້ອຍ ເມື່ອທຽບກັບສິ່ງທີ່ພວກເຮົາໃຊ້ໃນປັດຈຸບັນ.
ປະສົບການຜູ້ໃຊ້
ການລາຍງານ
ປະສົບການຜູ້ໃຊ້
ການ​ສື່​ສານ​ຫຼັງ​ການ​ລາຍ​ງານ​
ປະສົບການຜູ້ໃຊ້
ປະສົບການການລຶບອອກ
ປະສົບການຜູ້ໃຊ້
ໜ້າຈໍຄຳເຕືອນ
ການບັງຄັບໃຊ້
ພວກເຮົາມີນະໂຍບາຍດຽວກັນທົ່ວໂລກສໍາລັບທຸກຄົນໃນ Facebook.
ທີມງານກວດສອບ
ທີມງານກວດສອບທົ່ວໂລກຂອງພວກເຮົາຫຼາຍກວ່າ 15,000 ຄົນເຮັດວຽກທຸກໆມື້ ເພື່ອເຮັດໃຫ້ຄົນທີ່ຢູ່ໃນ Facebook ມີຄວາມປອດໄພ.
ການມີສ່ວນຮ່ວມຂອງຜູ້ມີສ່ວນກ່ຽວຂ້ອງ
ຜູ້ຊ່ຽວຊານ, ນັກວິຊາການ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ແລະ ຜູ້ສ້າງນະໂຍບາຍຈາກພາຍນອກຊ່ວຍແຈ້ງມາດຕະຖານຊຸມຊົນຂອງ Facebook.
ຂໍຄວາມຊ່ວຍເຫຼືອກ່ຽວກັບການລະເມີດຊັບສິນທາງປັນຍາຂອງພາກສ່ວນທີສາມ
ສຶກສາວ່າທ່ານສາມາດເຮັດຫຍັງໄດ້ ຖ້າທ່ານເຫັນບາງສິ່ງຢູ່ Facebook ທີ່ຂັດກັບມາດຕະຖານຊຸມຊົນຂອງພວກເຮົາ.
ເຂົ້າເບິ່ງສູນການຊ່ວຍເຫຼືອຂອງພວກເຮົາ