ການສະແຫວງຫາຜົນປະໂຫຍດຈາກມະນຸດ

ລາຍລະອຽດນະໂຍບາຍ

ປ່ຽນບັນທຶກ
ເຫດຜົນດ້ານນະໂຍບາຍ
ໃນຄວາມພະຍາຍາມທີ່ຈະຂັດຂວາງ ແລະ ປ້ອງກັນອັນຕະລາຍ, ພວກເຮົາຈະລຶບເນື້ອຫາທີ່ອຳນວຍຄວາມສະດວກ ຫຼື ປະສານງານໃຫ້ເກີດການສະແຫວງຫາຜົນປະໂຫຍດຈາກມະນຸດ, ລວມທັງການຄ້າມະນຸດ. ພວກເຮົານິຍາມການຄ້າມະນຸດວ່າເປັນທຸລະກິດທີ່ສະແຫວງຫາຜົນກຳໄລຈາກການຕັດສິດເສລີພາບຂອງຜູ້ອື່ນ. ມັນເປັນການສະແຫວງຫາຜົນປະໂຫຍດຈາກມະນຸດເພື່ອບັງຄັບໃຫ້ເຂົາເຈົ້າມີສ່ວນຮ່ວມໃນການຄ້າປະເວນີ, ແຮງງານ ຫຼື ກິດຈະກຳອື່ນໆທີ່ຂັດກັບເຈດຈຳນົງຂອງເຂົາເຈົ້າ. ມັນອາໄສການຫຼອກລວງ, ການບັງຄັບ ແລະ ການຂູ່ເຂັນ ແລະ ຫຼຸດທອນຄວາມເປັນມະນຸດໂດຍເຮັດໃຫ້ພວກເຂົາບໍ່ມີສິດເສລີພາບຂອງເຂົາເຈົ້າໃນຂະນະທີ່ໃຫ້ປະໂຫຍດທາງເສດຖະກິດ ຫຼື ວັດຖຸແກ່ຜູ້ອື່ນ.
ການຄ້າມະນຸດມີຫຼາຍແງ່ມຸມ ແລະ ມີຢູ່ໃນສາກົນ; ມັນສາມາດສົ່ງຜົນກະທົບຕໍ່ທຸກຄົນໂດຍບໍ່ກ່ຽວກັບອາຍຸ, ພູມຖານທາງເສດຖະກິດ-ສັງຄົມ, ຊົນເຜົ່າ, ເພດ ຫຼື ສະຖານທີ່. ມັນມີຫຼາຍຮູບແບບ ແລະ ສະຖານະການຂອງການຄ້າມະນຸດໃດກໍຕາມອາດກ່ຽວຂ້ອງກັບຂັ້ນຕອນຕ່າງໆໃນການພັດທະນາ. ເນື່ອງຈາກລັກສະນະບັງຄັບຂອງການລະເມີດນີ້, ຜູ້ທີ່ຕົກເປັນເຫຍື່ອຈະບໍ່ສາມາດຍິນຍອມໄດ້.
ເຖິງແມ່ນວ່າພວກຂ້າພະເຈົ້າຕ້ອງລະວັງບໍ່ໃຫ້ເຊື່ອມໂຍງກັບການຄ້າມະນຸດ ແລະ ການລັກລອບນຳເຂົ້າມາປະປົນກັນ, ພວກມັນສາມາດມີຄວາມກ່ຽວຂ້ອງ ແລະ ສະແດງຄວາມທັບຊ້ອນກັນໄດ້. ອົງການສະຫະປະຊາຊາດກຳນົດໃຫ້ການລັກລອບຂົນມະນຸດເປັນການຈັດຫາ ຫຼື ການອຳນວຍຄວາມສະດວກໃນການເຂົ້າປະເທດຢ່າງຜິດກົດໝາຍຂ້າມພົມແດນລະຫວ່າງປະເທດ. ໂດຍປາສະຈາກການບີບບັງຄັບ ຫຼື ການໃຊ້ແຮງບັງຄັບ, ມັນກໍອາດຈະຍັງສົ່ງຜົນໃຫ້ມີການສະແຫວງຫາຜົນປະໂຫຍດຈາກບຸກຄົນທີ່ຕົກຢູ່ໃນອັນຕະລາຍທີ່ກຳລັງພະຍາຍາມໜີອອກຈາກປະເທດຕົ້ນທາງ, ເຊິ່ງມັກຈະສະແຫວງຫາຊີວິດທີ່ດີຂຶ້ນ. ການລັກລອບຂົນມະນຸດເປັນອາຊະຍາກຳຕໍ່ລັດ ໂດຍອາໄສການເຄື່ອນຍ້າຍ ແລະ ການຄ້າມະນຸດເປັນອາຊະຍາກຳຕໍ່ບຸກຄົນ ໂດຍອາໄສການສະແຫວງຜົນປະໂຫຍດ.
ນອກເໜືອໄປຈາກເນື້ອຫາທີ່ປະນາມ, ສ້າງຄວາມຮັບຮູ້ກ່ຽວກັບ ຫຼື ການລາຍງານຂ່າວກ່ຽວກັບບັນຫາການຄ້າມະນຸດ ຫຼື ການລັກລອບຄ້າມະນຸດ, ພວກເຮົາອະນຸຍາດໃຫ້ມີເນື້ອຫາທີ່ຮ້ອງຂໍ ຫຼື ແບ່ງປັນຂໍ້ມູນກ່ຽວກັບຄວາມປອດໄພສ່ວນບຸກຄົນ ແລະ ການຂ້າມຊາຍແດນ, ການຂໍລີ້ໄພ ຫຼື ວິທີການອອກນອກປະເທດ.
ຫ້າມໂພສ:
ເນື້ອຫາ, ກິດຈະກຳ ຫຼື ການໂຕ້ຕອບ​ທີ່​ຮັບ​ສະໝັກເອົາ​ຄົນ​ເພື່ອອຳ​ນວຍ​ຄວາມ​ສະ​ດວກ ຫຼື ​ຂູດຮີດຜູ້ຄົນເພື່ອຫາຜົນປະໂຫຍດ ​ໂດຍ​ຜ່ານ​ການ​ຄ້າ​ມະ​ນຸດ​ຮູບ​ແບບ​ໃດໜຶ່ງ​ດັ່ງ​ຕໍ່​ໄປ​ນີ້:
  • ການຄ້າທາງເພດ (ກິດຈະກໍາທາງເພດທາງການຄ້າກັບຜູ້ເຍົາ ຫຼື ກິດຈະກໍາທາງເພດທາງການຄ້າກັບຜູ້ໃຫຍ່, ການສໍ້ໂກງ ຫຼື ການບີບບັງຄັບ)
  • ການຂາຍເດັກນ້ອຍ ແລະ ການຮັບລ້ຽງລູກບຸນທຳຢ່າງຜິດກົດໝາຍ
  • ການຄ້າເດັກກຳພ້າ ແລະ ສະຖານລ້ຽງເດັກກຳພ້າ
  • ການບັງຄັບແຕ່ງດອງ (ລວມທັງ ການແຕ່ງດອງເດັກ)
  • ການສະແຫວງຜົນປະໂຫຍດຈາກແຮງງານ (ລວມທັງແຮງງານຜູກມັດ)
  • ການເປັນທາດໃນປະເທດ
  • ການຄ້າອະໄວຍະວະທີ່ບໍ່ສາມາດງອກອອກໃໝ່, ບໍ່ລວມເຖິງການເອົາອະໄວຍະວະອອກ, ການບໍລິຈາກ ຫຼື ການປູກຖ່າຍໃນບໍລິບົດການບໍລິຈາກອະໄວຍະວະທີ່ບໍ່ເປັນການຂູດຮີດເພື່ອຫາຜົນປະໂຫຍດ
  • ກິດຈະກຳອາຊະຍາກຳແບບບັງຄັບ (ເຊັ່ນ: ການບັງຄັບຂໍທານ, ການບັງຄັບຄ້າຢາເສບຕິດ)
  • ການຮັບສະໝັກທະຫານເດັກນ້ອຍ
ເນື້ອຫາທີ່ຜູ້ກະທຳພາກສ່ວນທີ່ສາມຮັບສະໝັກ, ອໍານວຍຄວາມສະດວກ ຫຼື ຜົນປະໂຫຍດຈາກກິດຈະກໍາທາງເພດທາງການຄ້າ (ທາງການເງິນ ຫຼື ທາງອື່ນ)
ເນື້ອຫາທີ່ສະເໜີ ຫຼື ອຳນວຍຄວາມສະດວກໃນການລັກລອບຂົນສົ່ງມະນຸດ
ເນື້ອຫາທີ່ຮ້ອງຂໍໃຫ້ມີການບໍລິການລັກລອບຂົນສົ່ງມະນຸດ
ພວກ​ເຮົາ​ອະ​ນຸ​ຍາດ​ໃຫ້​ມີ​ເນື້ອຫາທີ່​ຖືກ​ປົກ​ຄຸມ​ເປັນ​ຢ່າງ​ອື່ນ​ໂດຍ​ນະ​ໂຍ​ບາຍ​ນີ້​ໃນ​ເວ​ລາ​ທີ່ໂພສໃນບໍລິບົດການ​ກ່າວ​ໂທດ​, ການ​ສຶກ​ສາ​, ການ​ປູກ​ຈິດ​ສໍາ​ນຶກ ​ຫຼື ການ​ລາຍ​ງານ​ຂ່າວ​.
ພາຍໃຕ້ນະໂຍບາຍການສະແຫວງຫາຜົນປະໂຫຍດຈາກມະນຸດຂອງພວກເຮົາ, ຜູ້ກວດສອບຂອງພວກເຮົາ ແລະ ລະບົບອັດຕະໂນມັດອາດຈະພິຈາລະນາສັນຍານພຶດຕິກຳຕ່າງໆ ເພື່ອຊ່ວຍກວດຫາ ແລະ ດຳເນີນການຕໍ່ກັບການລະເມີດບັນຊີ.
  • ພວກເຮົາຈະລຶບບັນຊີອອກໂດຍອີງໃສ່ການໂຕ້ຕອບຂອງເຂົາເຈົ້າກັບບັນຊີທີ່ລະເມີດອື່ນໆ, ການຊອກຫາ ຫຼື ການໂຕ້ຕອບກັບເນື້ອຫາທີ່ລະເມີດ ຫຼື ການເປັນສະມາຊິກໃນຊຸມຊົນ (ເຊັ່ນ: ກຸ່ມ) ທີ່ພວກເຮົາໄດ້ລຶບອອກຍ້ອນລະເມີດນະໂຍບາຍຂອງພວກເຮົາ.
ສຳລັບມາດຕະຖານຊຸມຊົນຕໍ່ໄປນີ້, ພວກເຮົາຕ້ອງການຂໍ້ມູນເພີ່ມເຕີມ ແລະ/ຫຼື ບໍລິບົດເພື່ອບັງຄັບໃຊ້:
ພວກເຮົາອາດຈະລຶບເນື້ອຫາທີ່ສະໜອງວຽກຢູ່ໃນສະຖານທີ່ທີ່ມີຄວາມສ່ຽງສູງຕໍ່ການຂູດຮີດແຮງງານ ເມື່ອໄດ້ຮັບການຢືນຢັນຈາກຜູ້ບັງຄັບໃຊ້ກົດໝາຍ, ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານທ້ອງຖິ່ນ ຫຼື ຄູ່ຮ່ວມງານທີ່ເຊື່ອຖືໄດ້ອື່ນໆ
ປະສົບການຜູ້ໃຊ້
ເບິ່ງບາງຕົວຢ່າງຂອງການບັງຄັບໃຊ້ວ່າມີລັກສະນະແນວໃດສຳລັບຄົນຢູ່ໃນ Facebook ເຊັ່ນ: ການລາຍງານບາງສິ່ງທີ່ທ່ານບໍ່ຄິດວ່າຄວນຈະມີຢູ່ໃນ Facebook ແມ່ນຈະມີລັກສະນະແນວໃດ, ເພື່ອບອກໃຫ້ຮູ້ວ່າທ່ານໄດ້ລະເມີດມາດຕະຖານຊຸມຊົນຂອງພວກເຮົາ ແລະ ເບິ່ງໜ້າຈໍຄຳເຕືອນສຳລັບເນື້ອຫາບາງຢ່າງ.
ໝາຍເຫດ: ພວກເຮົາກຳລັງປັບປຸງຢູ່ສະເໝີ, ດັ່ງນັ້ນສິ່ງທີ່ທ່ານເຫັນຢູ່ນີ້ອາດຈະຊັກຊ້າເລັກນ້ອຍ ເມື່ອທຽບກັບສິ່ງທີ່ພວກເຮົາໃຊ້ໃນປັດຈຸບັນ.
ປະສົບການຜູ້ໃຊ້
ການລາຍງານ
ປະສົບການຜູ້ໃຊ້
ການ​ສື່​ສານ​ຫຼັງ​ການ​ລາຍ​ງານ​
ປະສົບການຜູ້ໃຊ້
ປະສົບການການລຶບອອກ
ປະສົບການຜູ້ໃຊ້
ໜ້າຈໍຄຳເຕືອນ
ການບັງຄັບໃຊ້
ພວກເຮົາມີນະໂຍບາຍດຽວກັນທົ່ວໂລກສໍາລັບທຸກຄົນໃນ Facebook.
ທີມງານກວດສອບ
ທີມງານກວດສອບທົ່ວໂລກຂອງພວກເຮົາຫຼາຍກວ່າ 15,000 ຄົນເຮັດວຽກທຸກໆມື້ ເພື່ອເຮັດໃຫ້ຄົນທີ່ຢູ່ໃນ Facebook ມີຄວາມປອດໄພ.
ການມີສ່ວນຮ່ວມຂອງຜູ້ມີສ່ວນກ່ຽວຂ້ອງ
ຜູ້ຊ່ຽວຊານ, ນັກວິຊາການ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ແລະ ຜູ້ສ້າງນະໂຍບາຍຈາກພາຍນອກຊ່ວຍແຈ້ງມາດຕະຖານຊຸມຊົນຂອງ Facebook.
ຂໍຄວາມຊ່ວຍເຫຼືອກ່ຽວກັບການສະແຫວງຫາຜົນປະໂຫຍດຈາກມະນຸດ
ສຶກສາວ່າທ່ານສາມາດເຮັດຫຍັງໄດ້ ຖ້າທ່ານເຫັນບາງສິ່ງຢູ່ Facebook ທີ່ຂັດກັບມາດຕະຖານຊຸມຊົນຂອງພວກເຮົາ.
ເຂົ້າເບິ່ງສູນການຊ່ວຍເຫຼືອຂອງພວກເຮົາ