ອົງການຈັດຕັ້ງ ແລະ ບຸກຄົນທີ່ເປັນອັນຕະລາຍ

ລາຍລະອຽດນະໂຍບາຍ

ປ່ຽນບັນທຶກ
ເຫດຜົນດ້ານນະໂຍບາຍ
ໃນຄວາມພະຍາຍາມທີ່ຈະປ້ອງກັນ ແລະ ຂັດຂວາງອັນຕະລາຍໃນໂລກແຫ່ງຄວາມເປັນຈິງ, ພວກເຮົາບໍ່ອະນຸຍາດໃຫ້ອົງການ ຫຼື ບຸກຄົນທີ່ປະກາດພາລະກິດທີ່ຮຸນແຮງ ຫຼື ມີສ່ວນຮ່ວມໃນຄວາມຮຸນແຮງປາກົດຢູ່ແພລັດຟອມຂອງພວກເຮົາ. ພວກເຮົາປະເມີນໜ່ວຍງານເຫຼົ່ານີ້ຕາມພຶດຕິກຳຂອງເຂົາເຈົ້າທັງທາງອອນລາຍ ແລະ ອອບຟລາຍ, ທີ່ສຳຄັນທີ່ສຸດແມ່ນຄວາມສຳພັນຂອງເຂົາເຈົ້າກັບຄວາມຮຸນແຮງ. ພາຍໃຕ້ນະໂຍບາຍນີ້, ພວກເຮົາໄດ້ມີການກຳນົດບຸກຄົນ, ອົງການ ແລະ ເຄືອຂ່າຍຂອງຜູ້ຄົນ. ການກຳນົດເຫຼົ່ານີ້ແບ່ງອອກເປັນສອງລະດັບ ເຊິ່ງລະບຸລະດັບຂອງການບັງຄັບໃຊ້ເນື້ອຫາ, ໂດຍລະດັບທີ 1 ຈະສົ່ງຜົນໃຫ້ມີການບັງຄັບໃຊ້ກວ້າງຂວາງທີ່ສຸດເນື່ອງຈາກພວກເຮົາເຊື່ອວ່າໜ່ວຍງານເຫຼົ່ານີ້ມີຄວາມກ່ຽວຂ້ອງກັບຄວາມເສຍຫາຍທາງອອບລາຍໂດຍກົງ.
ລະດັບທີ 1 ເນັ້ນໃສ່ໜ່ວຍງານທີເຂົ້າຮ່ວມຄວາມອັນຕະລາຍຮ້າຍແຮງທາງອອບໄລນ໌ ລວມທັງ ການຈັດການ ຫຼື ສະໜັບສະໜູນການໃຊ້ຄວາມຮຸນແຮງຕໍ່ພົນລະເຮືອນ, ຫຼຸດຄວາມເປັນມະນຸດຊໍ້າແລ້ວຊໍ້າອີກ ຫຼື ສະໜັບສະໜູນໃຫ້ເກີດອັນຕະລາຍຕໍ່ຜູ້ຄົນຕາມຄຸນລັກສະນະທີ່ໄດ້ຮັບການຄຸ້ມຄອງ ຫຼື ມີສ່ວນຮ່ວມໃນການດຳເນີນການທາງອາຍາຢ່າງເປັນລະບົບ. ລະດັບທີ 1 ລວມມີອົງການແຫ່ງຄວາມກຽດຊັງ; ອົງການອາຊະຍາກຳ, ລວມໄປເຖິງອົງການທີ່ລັດຖະບານສະຫະລັດກຳນົດໃຫ້ເປັນການລັກລອບຄ້າຢາເສບຕິດທີ່ຖືກກຳນົດເປັນພິເສດ (SDNTK); ແລະ ອົງການກໍ່ການຮ້າຍ ລວມທັງ ໜ່ວຍງານ ແລະ ບຸກຄົນທີ່ກຳນົດໂດຍລັດຖະບານສະຫະລັດໃຫ້ເປັນອົງການກໍ່ການຮ້າຍຕ່າງຊາດ (FTO) ຫຼື ຜູ້ກໍ່ການຮ້າຍລະດັບໂລກທີ່ຖືກກຳນົດເປັນພິເສດ (SDGT). ພວກເຮົາມີການລົບຄຳເຊີ້ດຊູ, ການສະໜັບສະໜູນທີ່ສຳຄັນ ແລະ ການເປັນຕົວແທນຂອງໜ່ວຍງານລະດັບ 1, ຜູ້ນຳ, ຜູ້ກໍ່ຕັ້ງ ຫຼື ສະມາຊິກທີ່ໂດດເດັ່ນອອກຂອງເຂົາເຈົ້າ, ເຊັ່ນດຽວກັນກັບການອ້າງອິງທີ່ບໍ່ຈະແຈ້ງກ່ຽວກັບພວກເຂົາ.
ນອກຈາກນັ້ນ, ພວກເຮົາບໍ່ອະນຸຍາດໃຫ້ມີເນື້ອໃນທີ່ເປັນການເຊີ້ດຊູ, ສະໜັບສະໜຸນ ຫຼື ເປັນຕົວແທນກິດຈະກຳທີ່ Meta ກຳນົດໃຫ້ເປັນການລະເມີດເຫດການຮຸນແຮງ, ລວມທັງການໂຈມຕີຂອງຜູ້ກໍ່ການຮ້າຍ, ເຫດການທີ່ສ້າງຄວາມກຽດຊັງ, ການໃຊ້ຄວາມຮຸນແຮງກັບຜູ້ເຄາະຮ້າຍຫຼາຍຄົນ ຫຼື ການພະຍາຍາມໃຊ້ຄວາມຮຸນແຮງກັບຜູ້ເຄາະຮ້າຍຫຼາຍຄົນ, ການຄາດຕະກຳຕໍ່ເນື່ອງ ຫຼື ອາຊະຍາກຳທີ່ສ້າງຄວາມກຽດຊັງ. ພວກເຮົາບໍ່ອະນຸຍາດໃຫ້ມີ (1) ການເຊີ້ດຊູ, ສະໜັບສະໜູນຢ່າງເປັນຮູບປະທຳ ຫຼື ເປັນຕົວແທນຂອງຜູ້ກະທຳຄວາມຜິດໃນການໂຈມຕີດັ່ງກ່າວ; (2) ເນື້ອຫາທີ່ສ້າງຂຶ້ນໂດຍຜູ້ກະທໍາຜິດທີ່ກ່ຽວຂ້ອງກັບການໂຈມຕີດັ່ງກ່າວ; ຫຼື (3) ພາບຂອງບຸກຄົນທີ່ສາມທີ່ສະແດງເຖິງຊ່ວງເວລາຂອງການໂຈມຕີດັ່ງກ່າວຕໍ່ຜູ້ເຄາະຮ້າຍທີ່ເຫັນໄດ້. ພວກເຮົາຍັງລຶບເນື້ອຫາຄຳເຊີ້ດຊູ, ສະໜັບສະໜູນ ຫຼື ສະແດງເຖິງອຸດົມການທີ່ສົ່ງເສີມຄວາມກຽດຊັງ ເຊັ່ນ: ລັດທິນາຊີ ແລະ ລັດທິຊາວຜິວຂາວ. ພວກເຮົາລຶບການອ້າງອີງທີ່ບໍ່ຈະແຈ້ງຕໍ່ກັບເຫດການ ຫຼື ອຸດົມການເຫຼົ່ານີ້.
ລະດັບ 2 ຮວມທັງຜູ້ດຳເນີນທີ່ບໍ່ສັງກັດລັດທີ່ຮຸນແຮງທີ່ມີສ່ວນຮ່ວມກັບການໃຊ້ຄວາມຮຸນແຮງຕໍ່ລັດ ຫຼື ຜູ້ດຳເນີນການທາງທະຫານ​ໃນ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ອາວຸດ ​ແຕ່​ຢ່າ​ຕັ້ງ​ໃຈ​ແນ​ໃສ່​ພົນລະ​ເຮືອນ. ມັນຍັງລວມເຖິງໜ່ວຍງານທີ່ເຮັດໃຫ້ເກີດຄວາມຮຸນແຮງທີ່ມີສ່ວນຮ່ວມໃນການກະກຽມ ຫຼື ສົ່ງເສີມຄວາມຮຸນແຮງໃນອະນາຄົດ ແຕ່ບໍ່ໄດ້ມີສ່ວນຮ່ວມໃນຄວາມຮຸນແຮງຈົນເຖິງປັດຈຸບັນ. ສິ່ງເຫຼົ່ານີ້ຍັງເປັນໜ່ວຍງານທີ່ອາດຈະລະເມີດນະໂຍບາຍການປະພຶດທີ່ກຽດຊັງ ຫຼື ນະໂຍບາຍຂອງອົງການຈັດຕັ້ງ ແລະ ບຸກຄົນທີ່ເປັນອັນຕະລາຍຂອງພວກເຮົາຊ້ຳແລ້ວຊ້ຳອີກທັງໃນ ຫຼື ນອກແພລດຟອມ. ພວກເຮົາມີການລົບຄຳເຊີ້ດຊູ, ການສະໜັບສະໜູນທີ່ສຳຄັນ ແລະ ການເປັນຕົວແທນຂອງໜ່ວຍງານ, ຜູ້ນຳ, ຜູ້ກໍ່ຕັ້ງ ຫຼື ສະມາຊິກທີ່ໂດດເດັ່ນອອກຂອງເຂົາເຈົ້າ.
ພວກເຮົາຮັບຮູ້ວ່າຜູ້ໃຊ້ອາດຈະແບ່ງປັນເນື້ອໃນທີ່ລວມມີການອ້າງອີງຫາອົງກອນ ແລະ ບຸກຄົນ​ໃນ​ສະພາບ​ການ​ສົນທະນາ​ທາງ​ດ້ານ​ສັງຄົມ ​ແລະ ການ​ເມືອງ. ສິ່ງນີ້ລວມມີເນື້ອຫາທີ່ລາຍງານກ່ຽວກັບ, ການສົນທະນາເປັນກາງ ຫຼື ກ່າວໂທດອົງການຈັດຕັ້ງ ແລະ ບຸກຄົນ ຫຼື ການເຄື່ອນໄຫວທີ່ເປັນອັນຕະລາຍ.
ການລາຍງານຂ່າວ ລວມເຖິງ ຂໍ້ມູນຂ່າວສານທີ່ຖືກແບ່ງປັນເພື່ອປູກຈິດສໍານຶກກ່ຽວກັບເຫດການທ້ອງຖິ່ນ ແລະ ທົ່ວໂລກ ທີ່ມີອົງການຈັດຕັ້ງ ແລະ ບຸກຄົນທີ່ເປັນອັນຕະລາຍເຂົ້າຮ່ວມ.
  • ເຊັ່ນ: “ຂ່າວດ່ວນ: Al-Shabab ອ້າງ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ໃນ​ໂຊ​ມາ​ເລຍ”
  • ເຊັ່ນ: “ໄລຍະເວລາ ແລະ ການວິເຄາະຂອງຜູ້ຊ່ຽວຊານ: ການ​ຍິງ​ກັນ​ຢູ່​ຮ້ານ​ຊັບ​ພະ​ສິນ​ຄ້າ Buffalo ​ເກີດ​ຂຶ້ນ​ແນວ​ໃດ ແລະ ​ຜູ້​ກະ​ທຳ​ຜິດ​ເວົ້າ​ແນວ​ໃດ​ຕໍ່​ສານ”
ການສົນທະນາທີ່ເປັນກາງ ປະກອບມີຂໍ້ຄວາມທີ່ເປັນຄວາມຈິງ, ຄໍາຄິດຄໍາເຫັນ, ຄໍາຖາມ ແລະ ຂໍ້ມູນອື່ນໆທີ່ບໍ່ໄດ້ສະແດງຄໍາຕັດສິນໃນທາງບວກກ່ຽວກັບອົງການຈັດຕັ້ງ ຫຼື ບຸກຄົນອັນຕະລາຍ ແລະ ພຶດຕິກໍາຂອງພວກເຂົາ.
  • ເຊັ່ນ: “Al Qaeda ເປັນຕົວແທນຂອງໄພຂົ່ມຂູ່ໜ້ອຍກ່ວາ ISIS ເນື່ອງຈາກການຂາດການນໍາພາ ແລະ ທາງດ້ານການເງິນ”
  • ເຊັ່ນ: “Anders Breivik ແມ່ນໜຶ່ງໃນຕົວຢ່າງທີ່ສະແດງໃຫ້ເຫັນວ່າຂະບວນການປ່ຽນແປງໄປສູ່ຄວາມຮຸນແຮງນັ້ນຊັບຊ້ອນພຽງໃດ”
ການກ່າວໂທດປະກອບມີຄວາມບໍ່ພໍໃຈ, ຄວາມກຽດຊັງ, ການປະຕິເສດ, ການວິພາກວິຈານ, ການເຍາະເຍີ້ຍ ແລະ ການສະແດງອອກທາງລົບອື່ນໆກ່ຽວກັບອົງການຈັດຕັ້ງ ຫຼື ບຸກຄົນອັນຕະລາຍ ແລະ ພຶດຕິກໍາຂອງພວກເຂົາ.
  • ເຊັ່ນ: “ຂ້ອຍ​ຮູ້​ສຶກເບື່ອໜ່າຍຕໍ່​ອາ​ຊະ​ຍາ​ກໍາ​ຂອງ Salvador Ramos. ຖ້ອຍ​ຄຳ​ຂອງ​ຜູ້​ພິ​ພາກ​ສາຖືກໃຈຂ້ອຍຫຼາຍ. ລາວບໍ່ຄວນໄດ້ຮັບຄວາມເມດຕາໂດຍສານ”
  • ເຊັ່ນ: “ອາດຊະຍາກຳຂອງ Hitler ຈະບໍ່ຖືກລືມຕະຫຼອດໄປ. ສິ່ງເຫຼົ່ານີ້ເປັນເຫດການທີ່ມືດມົນທີ່ສຸດໃນປະຫວັດສາດ”
ນະໂຍບາຍຂອງພວກເຮົາໄດ້ຮັບການອອກແບບມາ ເພື່ອໃຫ້ມີບ່ອນຫວ່າງສຳລັບການສົນທະນາປະເພດເຫຼົ່ານີ້ ໃນຂະນະດຽວກັນກໍຈຳກັດຄວາມສ່ຽງຂອງອັນຕະລາຍອອບລາຍທີ່ອາດຈະເກີດຂຶ້ນ. ດັ່ງນັ້ນພວກເຮົາຈຶ່ງຕ້ອງການໃຫ້ຜູ້ຄົນລະບຸເຈດຕະນາຂອງຕົນຢ່າງຈະແຈ້ງໃນເວລາສ້າງ ຫຼື ແບ່ງປັນເນື້ອຫາດັ່ງກ່າວ. ຫາກເຈດຕະນາຂອງຜູ້ໃຊ້ບໍ່ຈະແຈ້ງ ຫຼື ຄຸມເຄືອ, ພວກເຮົາຈະຕັ້ງຄ່າເລີ່ມຕົ້ນໃຫ້ລຶບເນື້ອຫາດັ່ງກ່າວອອກໄປກ່ອນ.
ອີງຕາມກົດໝາຍສິດທິມະນຸດສາກົນ, ນະໂຍບາຍຂອງພວກເຮົາອະນຸຍາດໃຫ້ມີການສົນທະນາກ່ຽວກັບສິດທິມະນຸດຂອງບຸກຄົນທີ່ໄດ້ຮັບມອບໝາຍ ຫຼື ສະມາຊິກຂອງໜ່ວຍງານອັນຕະລາຍທີ່ຖືກກຳນົດ, ເວັ້ນເສຍແຕ່ວ່າ ເນື້ອໃນຈະລວມໄປຮອດການເຊີ້ດຊູອື່ນໆ, ການສະໜັບສະໜຸນທີ່ສຳຄັນ ຫຼື ການເປັນຕົວແທນຂອງໜ່ວຍງານທີ່ຖືກກຳນົດ ຫຼື ການລະເມີດນະໂຍບາຍອື່ນໆ ເຊັ່ນ: ການຍຸໂຍງໃຫ້ໃຊ້ຄວາມຮຸນແຮງ.
ກະລຸນາເບິ່ງ ນະໂຍບາຍສິດທິມະນຸດຂອງບໍລິສັດ ຂອງພວກເຮົາສຳລັບຂໍ້ມູນເພີ່ມເຕີມກ່ຽວກັບຄວາມມຸ່ງໝັ້ນຂອງພວກເຮົາຕໍ່ສິດທິມະນຸດທີ່ເປັນທີ່ຍອມຮັບໃນລະດັບສາກົນ.
ພວກເຮົາຈະລຶບ:
ພວກເຮົາຈະລຶບຄຳເຊິ້ດຊູ, ການສະໜັບສະໜູນ ແລະ ການເປັນຕົວແທນຂອງອົງກອນ ແລະ ບຸກຄົນທີ່ເປັນອັນຕະລາຍຕ່າງໆ. ແນວຄິດເຫຼົ່ານີ້ມີຜົນກັບຕົວອົງກອນ, ກິດຈະກຳຂອງເຂົາເຈົ້າ ແລະ ສະມາຊິກຂອງເຂົາເຈົ້າ. ແນວຄິດເຫຼົ່ານີ້ບໍ່ໄດ້ກີດກັ້ນການສະໜັບສະໜູນຢ່າງສັນຕິສຳລັບຜົນໄດ້ຮັບທາງການເມືອງໂດຍສະເພາະ.
ການເຊີດຊູ, ຕາມທີ່ກຳນົດໄວ້ເປັນຂໍ້ໃດກໍຕາມທາງລຸ່ມ:
  • ການເຮັດໃຫ້ຖືກຕ້ອງຕາມກົດໝາຍ ຫຼື ປົກປ້ອງການກະທຳທີ່ຮຸນແຮງ ຫຼື ກຽດຊັງຂອງນິຕິບຸກຄົນ ໂດຍອ້າງວ່າການກະທຳເຫຼົ່ານັ້ນມີສິນທຳ, ທາງດ້ານການເມືອງ, ມີເຫດຜົນ ຫຼື ເຫດຜົນອື່ນໆທີ່ເຮັດໃຫ້ພວກເຂົາເປັນທີ່ຍອມຮັບ ຫຼື ສົມເຫດສົມຜົນ.
    • ເຊັ່ນ: “Hitler ບໍ່ໄດ້ເຮັດຫຍັງຜິດ.”
  • ສ້າງຄຸນລັກສະນະ ຫຼື ການສະເຫຼີມສະຫຼອງຄວາມຮຸນແຮງ ຫຼື ຄວາມກຽດຊັງຂອງໜ່ວຍງານທີ່ກຳນົດວ່າເປັນຜົນສຳເລັດ ຫຼື ຄວາມສຳເລັດ;
    • ເຊັ່ນ: "Hizbul Mujahideen ຊະນະສົງຄາມເພື່ອເສລີພາບ ແລະ ເອກະລາດຂອງ Kashmir."
  • ຂໍ້ຄວາມທີ່ສ້າງແຮງບັນດານໃຈຂອງສະມາຊິກ ຫຼື ຂໍ້ຄວາມທີ່ທ່ານຕ້ອງການເປັນອົງກອນທີ່ຮັບຜິດຊອບ ຫຼື ຜູ້ກະທໍາຜິດໃນເຫດການໃຊ້ຄວາມຮຸນແຮງທີ່ຜິດກົດໝາຍ.
    • ເຊັ່ນ: "ຂ້າພະເຈົ້າປາດຖະໜາວ່າ ຂ້າພະເຈົ້າເຂົ້າຮ່ວມ ISIS ແລະ ເປັນສ່ວນໜຶ່ງຂອງ Khilafah"
ພວກເຮົາຈະລຶບການເຊີດຊູຂອງໜ່ວຍງານລະດັບ 1 ແລະ ລະດັບ 2 ແລະ ເຫດການທີ່ກຳນົດ.
ສຳລັບລະດັບທີ 1 ແລະ ເຫດການທີ່ກຳນົດໄວ້, ພວກເຮົາອາດຈະລຶບການອ້າງອີງທີ່ບໍ່ຈະແຈ້ງ ຫຼື ບໍ່ມີບໍລິບົດຫາກຄວາມຕັ້ງໃຈຂອງຜູ້ໃຊ້ບໍ່ໄດ້ລະບຸຢ່າງຊັດເຈນ. ສິ່ງນີ້ຮວມເຖິງຄວາມຕະຫຼົກທີ່ບໍ່ຊັດເຈນ, ບໍ່ມີຄຳບັນຍາຍ ຫຼື ການອ້າງອີງໃນແງ່ດີທີ່ບໍ່ເປັນການເຊີດຊູຄວາມຮຸນແຮງ ຫຼື ກຽດຊັງຂອງໜ່ວຍງານທີ່ກຳນົດໄວ້.
ການສະໜັບສະໜູນ, ຕາມຄຳຈຳກັດຄວາມດັ່ງຕໍ່ໄປນີ້:
  • ການສະໜັບສະໜູນວັດສະດຸ
    • ການກະທຳໃດໆທີ່ປັບປຸງສະຖານະທາງການເງິນຂອງນິຕິບຸກຄົນທີ່ໄດ້ຮັບມອບໝາຍ - ລວມທັງການໂອນເງິນໄປຫາ ຫຼື ອອກຈາກໜ່ວຍງານທີ່ກຳນົດ;
      • ເຊັ່ນ: “ບໍລິຈາກໃຫ້ KKK!”
    • ການກະທຳໃດໆທີ່ໃຫ້ຄວາມຊ່ວຍເຫຼືອດ້ານວັດຖຸໃຫ້ກັບນິຕິບຸກຄົນ ຫຼື ເຫດການທີ່ກຳນົດ;
      • ເຊັ່ນ: “ຫາກທ່ານຕ້ອງການສົ່ງພັດສະດຸດູແລສຸຂະພາບໄປໃຫ້ Sinaloa Cartel, ໃຫ້ໃຊ້ທີ່ຢູ່ນີ້:”
    • ການສັນຫາໃນນາມຂອງໜ່ວຍງານ ຫຼື ເຫດການທີ່ຖືກກຳນົດ;
      • ເຊັ່ນ: “ຖ້າທ່ານຢາກຕູ່ສູ້ເພື່ອ Caliphate, ໃຫ້ສົ່ງຂໍ້ຄວາມຫາຂ້ອຍ”
  • ການສະໜັບສະໜູນອື່ນໆ
    • ຊ່ອງທາງຂໍ້ມູນ ຫຼື ຊັບພະຍາກອນ, ລວມທັງການສື່ສານຢ່າງເປັນທາງການ, ໃນນາມຂອງໜ່ວຍງານ ຫຼື ເຫດການທີ່ກຳນົດ
      • ເຊັ່ນ: ການອ້າງອີງເຖິງໜ່ວຍງານທີ່ກຳນົດໂດຍກົງໂດຍບໍ່ມີຄຳອະທິບາຍພາບເຊີງປະນາມ, ສົນທະນາຢ່າງເປັນກາງ ຫຼື ເປັນສ່ວນໜຶ່ງຂອງການລາຍງານຂ່າວ.
    • ການຮຽກຮ້ອງໃຫ້ດຳເນີນການໃນນາມຂອງໜ່ວຍງານ ຫຼື ເຫດການທີ່ກຳນົດ;
      • ເຊັ່ນ: "ຕິດຕໍ່ Atomwaffen Division - (XXX) XXX-XXXX"
ພວກເຮົາລຶບການຮອງຮັບທັງໝົດຂອງລະດັບທີ 1 ແລະ ການຊ່ວຍເຫຼືອທີ່ສຳຄັນຂອງລະດັບທີ 2.
ການເປັນຕົວແທນ, ຕາມທີ່ກຳນົດໄວ້ເປັນຂໍ້ໃດກໍຕາມທາງລຸ່ມ:
  • ລະບຸວ່າທ່ານເປັນສະມາຊິກຂອງນິຕິບຸກຄົນທີ່ກຳນົດ ຫຼື ເປັນນິຕິບຸກຄົນທີ່ຖືກກຳນົດ;
    • ຕົວຢ່າງ: “ຂ້ອຍແມ່ນມັງກອນໃຫຍ່ຂອງ KKK.”
  • ການສ້າງເພກ, ໂປຣໄຟລ໌, ກິດຈະກຳ, ກຸ່ມ ຫຼື ໜ່ວຍງານ Facebook ອື່ນໆທີ່ເປັນ ຫຼື ອ້າງວ່າເປັນເຈົ້າຂອງໂດຍນິຕິບຸກຄົນທີ່ກຳນົດ ຫຼື ດຳເນີນການໃນນາມຂອງເຂົາເຈົ້າ ຫຼື ເປັນ ຫຼື ອ້າງວ່າເປັນກິດຈະກຳທີ່ກຳນົດ.
    • ເຊັ່ນ: ເພຈຊື່ “ພັກນາຊີອາເມລິກາ”
ພວກເຮົາຈະລຶບການເປັນຕົວແທນຂອງອົງການທີ່ໄດ້ກຳນົດລະດັບ 1 ແລະ 2 ແລະ ເຫດການທີ່ໄດ້ກຳນົດ.
ປະເພດ ແລະ ລະດັບຂອງອົງການອັນຕະລາຍ
ລະດັບ 1: ການກໍ່ການຮ້າຍ, ຄວາມກຽດຊັງທີ່ມີການວາງແຜນໄວ້, ກິດຈະກໍາທາງອາຊະຍາກໍາຂະໜາດໃຫຍ່, ຄວາມພະຍາຍາມໃຊ້ຄວາມຮຸນແຮງຕໍ່ຜູ້ຖືກເຄາະຮ້າຍຫຼາຍຄົນ, ການໃຊ້ຄວາມຮຸນແຮງຕໍ່ຜູ້ເຄາະຮ້າຍຫຼາຍຄົນ, ຄາດຕະກໍາຢ່າງຕໍ່ເນື່ອງ ແລະ ເຫດການທີ່ຮຸນແຮງທີ່ລະເມີດ
ພວກເຮົາບໍ່ອະນຸຍາດໃຫ້ບຸກຄົນ ຫຼື ອົງການທີ່ກ່ຽວຂ້ອງກັບການກໍ່ອາຊະຍາກຳ, ລວມທັງ ຜູ້ທີ່ລັດຖະບານສະຫະລັດກຳນົດໄວ້ໃຫ້ເປັນລາຊາການຄ້າຢາເສບຕິດ (SDNTK) ທີ່ຖືກກຳນົດໄວ້ເປັນພິເສດ; ກຽດຊັງ ຫຼື ການກໍ່ການຮ້າຍ, ລວມທັງ ນິຕິບຸກຄົນທີ່ຖືກກຳນົດໂດຍລັດຖະບານສະຫະລັດໃຫ້ເປັນອົງກອນການກໍ່ການຮ້າຍຕ່າງປະເທດ (FTO) ຫຼື ຜູ້ກໍ່ການຮ້າຍລະດັບໂລກທີ່ຖືກກຳນົດເປັນພິເສດ (SDGT) ໃຫ້ປະກົດຢູ່ແພລັດຟອມ. ນອກຈາກນັ້ນ, ພວກເຮົາຍັງບໍ່ອະນຸຍາດໃຫ້ຄົນອື່ນເປັນຕົວແທນຂອງໜ່ວຍງານເຫຼົ່ານີ້ນຳ. ພວກເຮົາບໍ່ອະນຸຍາດໃຫ້ຜູ້ນຳ ຫຼື ສະມາຊິກທີ່ໂດດເດັ່ນຂອງອົງການເຫຼົ່ານີ້ປະກົດຕົວຢູ່ແພລັດຟອມ, ສັນຍາລັກທີ່ເປັນຕົວແທນຂອງເຂົາເຈົ້າເພື່ອໃຊ້ຢູ່ແພລັດຟອມ ຫຼື ເນື້ອໃນທີ່ເຊີດຊູເຂົາເຈົ້າ ຫຼື ການກະທຳຂອງເຂົາເຈົ້າ ລວມທັງ ການອ້າງອີງທີ່ບໍ່ຈະແຈ້ງຕໍ່ເຂົາເຈົ້າ. ນອກຈາກນີ້, ພວກເຮົາຍັງຈະລຶບການສະໜັບສະໜູນໃດໜຶ່ງສຳລັບບຸກຄົນ ແລະ ອົງການເຫຼົ່ານີ້.
ພວກເຮົາບໍ່ອະນຸຍາດໃຫ້ມີເນື້ອໃນທີ່ເຊີດຊູ, ສະໜັບສະໜູນຢ່າງເປັນທຳ ຫຼື ສະແດງເຖິງເຫດການທີ່ Meta ກຳນົດໃຫ້ເປັນການໂຈມຕີຂອງຜູ້ກໍ່ການຮ້າຍ, ເຫດການທີ່ສ້າງຄວາມກຽດຊັງ, ຄວາມຮຸນແຮງຂອງເຫຍື່ອຫຼາຍຄົນ ຫຼື ການພະຍາຍາມໃຊ້ຄວາມຮຸນແຮງກັບເຫຍື່ອຫຼາຍຄົນ, ການຄາດຕະກຳຕໍ່ເນື່ອງ, ອາຊະຍາກຳທີ່ເກີດຈາກຄວາມກຽດຊັງ ຫຼື ເຫດການຮຸນແຮງທີ່ລະເມີດ. ພວກເຮົາບໍ່ອະນຸຍາດໃຫ້ມີ (1) ເນື້ອໃນທີ່ເຊີດຊູ, ສະໜັບສະໜູນ ຫຼື ເປັນຕົວແທນຂອງຜູ້ກະທຳຄວາມຜິດໃນການໂຈມຕີດັ່ງກ່າວ; (2) ເນື້ອຫາທີ່ສ້າງຂຶ້ນໂດຍຜູ້ກະທໍາຜິດທີ່ກ່ຽວຂ້ອງກັບການໂຈມຕີດັ່ງກ່າວ; ຫຼື (3) ພາບຂອງບຸກຄົນທີ່ສາມທີ່ສະແດງເຖິງຊ່ວງເວລາຂອງການໂຈມຕີດັ່ງກ່າວຕໍ່ຜູ້ເຄາະຮ້າຍທີ່ເຫັນໄດ້.
ພວກ​ເຮົາ​ຍັງ​ບໍ່​ອະ​ນຸ​ຍາດ​ໃຫ້​ມີການເຊີດຊູ, ສະ​ໜັບສະໜູນ ຫຼື​ ການ​ເປັນ​ຕົວ​ແທນ​ຂອງ​ອຸດົມ​ການ​ທີ່​ໜ້າ​ກຽດ​ຊັງ​ທີ່​ກໍາ​ນົດ​ໄວ້​, ເຊັ່ນ​ດຽວ​ກັນ​ກັບ​ການ​ອ້າງ​ອີງ​ທີ່​ບໍ່​ຈະ​ແຈ້ງຕໍ່ເຂົາເຈົ້າ​.
ອົງກອນ ແລະ ບຸກຄົນກໍ່ການຮ້າຍ, ຖືກກຳນົດໃຫ້ເປັນຜູ້ກະທຳທີ່ບໍ່ແມ່ນຂອງລັດທີ່:
  • ມີສ່ວນຮ່ວມ, ສະໜັບສະໜູນ ຫຼື ໃຫ້ການຊ່ວຍເຫຼືອທີ່ສຳຄັນຕໍ່ການກະທຳທີ່ຮຸນແຮງ ແລະ ມີຈຸດປະສົງ ແລະ ວາງແຜນໄວ້,
  • ອັນເປັນສາເຫດ ຫຼື ພະຍາຍາມເຮັດໃຫ້ເສຍຊີວິດ, ບາດເຈັບ ຫຼື ເກີດອັນຕະລາຍຮ້າຍແຮງຕໍ່ພົນລະເຮືອນ ຫຼື ບຸກຄົນອື່ນໆທີ່ບໍ່ມີສ່ວນຮ່ວມໂດຍກົງໃນການສູ້ຮົບໃນສະຖານະການທີ່ຄວາມຂັດແຍ້ງທາງອາວຸດ ແລະ/ຫຼື ຄວາມເສຍຫາຍຢ່າງມີຄວາມສຳຄັນຕໍ່ຊັບສິນທີ່ເຊື່ອມໂຍງກັບຄວາມຕາຍ, ການບາດເຈັບສາຫັດ ຫຼື ອັນຕະລາຍຮ້າຍແຮງຕໍ່ພົນລະເຮືອນ.
  • ໂດຍມີເຈດຕະນາທີ່ບັງຄັບ, ຂົ່ມຂູ່ ແລະ/ຫຼື ຊັກຈູງໃຫ້ປະຊາຊົນພົນລະເຮືອນ, ລັດຖະບານ ຫຼື ອົງການລະຫວ່າງປະເທດ
  • ເພື່ອໃຫ້ບັນລຸຈຸດມຸ່ງໝາຍທາງການເມືອງ, ສາສະໜາ ຫຼື ອຸດົມການ.
ອົງການຈັດຕັ້ງຂອງຄວາມກຽດຊັງ, ໝາຍເຖິງອົງການຈັດຕັ້ງ ຫຼືບຸກຄົນທີ່ແຜ່ຂະຫຍາຍ ແລະ ສົ່ງເສີມຄວາມກຽດຊັງຕໍ່ຜູ້ອື່ນໃນລັກສະນະທີ່ໄດ້ຮັບການປ້ອງກັນຈາກພວກເຂົາ. ກິດ​ຈະ​ກໍາ​ຂອງໜ່ວຍງານແມ່ນມີລັກສະນະຢ່າງໜ້ອຍບາງພຶດຕິກຳຕໍ່ໄປນີ້:
  • ຄວາມຮຸນແຮງ, ຄຳເວົ້າທີ່ຂົ່ມຂູ່, ຫຼື ຮູບແບບການຂົ່ມເຫັງທີ່ເປັນອັນຕະລາຍທີ່ແນເປົ້າໃສ່ຜູ້ຄົນໂດຍອີງໃສ່ຄຸນລັກສະນະທີ່ໄດ້ຮັບການປົກປ້ອງ;
  • ​ຊໍ້າແລ້ວ​ຊໍ້າ​ອີກເຖິງ ການ​ໃຊ້​ຄຳ​ເວົ້າ​ທີ່​ກຽດ​ຊັງ​;
  • ການ​ເປັນ​ຕົວ​ແທນ​ຂອງ​ອຸດົມ​ການ​ຄວາມ​ກຽດ​ຊັງ ຫຼື ​ອົງການທີ່ສະແດງຄວາມ​ກຽດ​ຊັງ​ອື່ນໆ​ທີ່​ກໍາ​ນົດ​ໄວ້, ແລະ/ຫຼື
  • ການ​ໃຫ້​ກຽດ ​ຫຼື ​ການ​ສະໜັບ​ສະໜູນ​ຂອງອົງການທີ່ສະແດງຄວາມກຽດຊັງ ຫຼື ອຸດົມການທີ່ໜ້າກຽດຊັງອື່ນໆ​.
ອົງການອາຊະຍາກຳ, ໝາຍເຖິງສະມາຄົມທີ່ມີຕັ້ງແຕ່ສາມຄົນຂຶ້ນໄປ:
  • ເປັນອັນໜຶ່ງອັນດຽວກັນພາຍໃຕ້ຊື່, ສີ, ທ່າທາງຂອງມື ຫຼື ເຄື່ອງໝາຍທີ່ເປັນທີ່ຍອມຮັບ; ແລະ
  • ມີສ່ວນຮ່ວມ ຫຼື ຂູ່ວ່າຈະມີສ່ວນຮ່ວມໃນອາຊະຍາກຳ ເຊັ່ນ: ການຄາດຕະກຳ, ການຄ້າຢາເສບຕິດ ຫຼື ການລັກພາຕົວ.
ຄວາມຮຸນແຮງຕໍ່ເຫຍື່ອຫຼາຍຄົນ ແລະ ຄາດຕະກອນຕໍ່ເນື່ອງ
  • ພວກເຮົາຖືວ່າເຫດການໜຶ່ງເປັນຄວາມຮຸນແຮງຕໍ່ເຫຍື່ອຫຼາຍຄົນ ຫຼື ພະຍາຍາມໃຊ້ຄວາມຮຸນແຮງກັບເຫຍື່ອຫຼາຍຄົນ ຫາກເຫດການດັ່ງກ່າວສົ່ງຜົນໃຫ້ມີຜູ້ບາດເຈັບລົ້ມຕາຍຕັ້ງແຕ່ສາມຄົນຂຶ້ນໄປໃນເຫດການດຽວ, ເຊິ່ງໝາຍເຖິງການເສຍຊີວິດ ຫຼື ການບາດເຈັບສາຫັດ. ບຸກຄົນໃດກໍຕາມທີ່ກະທຳການໂຈມຕີດັ່ງກ່າວຈະຖືວ່າເປັນຜູ້ກະທຳຄວາມຜິດ ຫຼື ພະຍາຍາມກະທຳຄວາມຜິດຖານໃຊ້ຄວາມຮຸນແຮງຕໍ່ເຫຍື່ອຫຼາຍຄົນ.
  • ພວກເຮົາຖືວ່າບຸກຄົນໃດກໍຕາມທີ່ກໍ່ເຫດຄາດຕະກຳຕັ້ງແຕ່ສອງເທື່ອຂຶ້ນໄປໃນຫຼາຍໆເຫດການ ຫຼື ສະຖານທີ່ຫຼາຍແຫ່ງເປັນຄາດຕະກອນຕໍ່ເນື່ອງ.
ອຸດົມທີ່ການສະແດງຄວາມກຽດຊັງ
  • ໃນຂະນະທີ່ການກຳນົດອົງການ ແລະ ບຸກຄົນຂອງພວກເຮົາເນັ້ນໄປໃສ່ພຶດຕິກຳ, ພວກເຮົາກໍຮັບຮູ້ວ່າມີອຸດົມການ ແລະ ຄວາມເຊື່ອບາງຢ່າງທີ່ເຊື່ອມໂຍງກັບຄວາມຮຸນແຮງຢ່າງແທ້ຈິງ ແລະ ພະຍາຍາມທີ່ຈະຈັດລະບຽບຄົນທີ່ຢູ່ອ້ອມຂ້າງ ຮຽກຮ້ອງໃຫ້ມີການໃຊ້ຄວາມຮຸນແຮງ ຫຼື ການກີດກັ້ນຄົນອື່ນຕາມລັກສະນະທີ່ໄດ້ຮັບການຄຸ້ມຄອງ. ໃນກໍລະນີເຫຼົ່ານີ້, ພວກເຮົາກຳນົດອຸດົມການ ແລະ ລຶບເນື້ອໃນທີ່ສະໜັບສະໜູນອຸດົມການນີ້ອອກຈາກແພລັດຟອມຂອງພວກເຮົາ. ອຸດົມການເຫຼົ່ານີ້ລວມເຖິງ:
    • ລັດທິນາຊີ
    • ລັດທິຄົນຜິວຂາວສູງສົ່ງ
    • ລັດທິຊາດນິຍົມສີຂາວ
    • ການແບ່ງແຍກສີຂາວ
  • ພວກເຮົາຈະລຶບການເຊີ້ດຊູ, ການສະໜັບສະໜູນທີ່ສຳຄັນ ແລະ ການເປັນຕົວແທນຂອງອຸດົມການເຫຼົ່ານີ້ຢ່າງຈະແຈ້ງ ແລະ ລຶບບຸກຄົນ ແລະ ອົງການທີ່ອ້າງເຖິງອຸດົມການສະແດງຄວາມກຽດຊັງເຫຼົ່ານີ້ຢ່າງໜ້ອຍໜຶ່ງລາຍການ.
ລະດັບ 2: ຜູ້ກະທຳຄວາມຮຸນແຮງທີ່ບໍ່ຂຶ້ນກັບລັດ ແລະ ໜ່ວຍງານທີ່ເຮັດໃຫ້ເກີດຄວາມຮຸນແຮງ
ອົງການ ແລະ ບຸກຄົນທີ່ກຳນົດໄວ້ໂດຍ Meta ວ່າເປັນຜູ້ກະທຳຄວາມຮຸນແຮງທີ່ບໍ່ຂຶ້ນກັບລັດ ຫຼື ໜ່ວຍງານທີ່ເຮັດໃຫ້ເກີດຄວາມຮຸນແຮງ ແມ່ນບໍ່ໄດ້ຮັບອະນຸຍາດໃຫ້ສະແດງຕົວຢູ່ແພລັດຟອມຂອງພວກເຮົາ ຫຼື ມີການສະແດງຕົນໂດຍຄົນອື່ນໃນນາມຂອງເຂົາເຈົ້າ. ເນື່ອງຈາກຊຸມຊົນເຫຼົ່ານີ້ມີສ່ວນຮ່ວມຢ່າງຈິງຈັງໃນຄວາມຮຸນແຮງ, ຕໍ່ກັບຜູ້ກະທຳກ່ຽວຂ້ອງຂອງລັດ ຫຼື ທາງທະຫານໃນຂໍ້ຂັດແຍ່ງທາງປະກອບອາວຸດ (ຜູ້ສະແດງຄວາມຮຸນແຮງທີ່ບໍ່ແມ່ນລັດ) ຫຼື ກຳລັງກະກຽມ ຫຼື ສະໜັບສະໜູນ ຫຼື ສ້າງເງື່ອນໄຂສຳລັບຄວາມຮຸນແຮງໃນອະນາຄົດ (ໜ່ວຍງານທີ່ເຮັດໃຫ້ເກີດຄວາມຮຸນແຮງ), ການສະໜັບສະໜູນທີ່ສຳຄັນຂອງໜ່ວຍງານເຫຼົ່ານີ້ແມ່ນບໍ່ອະນຸຍາດໃຫ້ມີ. ພວກ​ເຮົາ​ຍັງ​ຈະ​ລຶບ​ການເຊີດຊູ​ຂອງ​ໜ່ວຍ​ງານ​ເຫຼົ່າ​ນີ້​.
ຜູ້ກະທຳຄວາມຮຸນແຮງທີ່ບໍ່ແມ່ນລັດ, ໝາຍເຖິງຜູ້ກະທຳໃດໜຶ່ງທີ່ບໍ່ແມ່ນລັດທີ່:
  • ເຂົ້າຮ່ວມຮູບແບບການກະທຳທີ່ມີຈຸດປະສົງ ແລະ ວາງແຜນຂອງຄວາມຮຸນແຮງສູງທີ່ແນເປົ້າໃສ່ລັດຖະບານ, ທະຫານ ຫຼື ກຸ່ມປະກອບອາວຸດອື່ນໆເຂົ້າຮ່ວມການປະທະກັນໂດຍກົງໃນສະຖານະການການປະທະກັນດ້ວຍກຳລັງອາວຸດ ແລະ ບໍ່ຕັ້ງໃຈ ແລະ ຊັດເຈນຕໍ່ພົນລະເຮືອນທີ່ມີຄວາມຮຸນແຮງສູງ; ແລະ/ຫຼື
  • ຂັດຂວາງຊຸມຊົນຂອງການເຂົ້າເຖິງພື້ນຖານໂຄງລ່າງທີ່ສໍາຄັນ ຫຼື ຊັບພະຍາກອນທໍາມະຊາດ; ແລະ/ຫຼື
  • ມີສ່ວນຮ່ວມໃນຮູບແບບການໂຈມຕີທີ່ມີຈຸດປະສົງເພື່ອນໍາເອົາຄວາມເສຍຫາຍອັນໃຫຍ່ຫຼວງຕໍ່ພື້ນຖານໂຄງລ່າງທີ່ບໍ່ກ່ຽວຂ້ອງກັບການເສຍຊີວິດ, ການບາດເຈັບທີ່ຮ້າຍແຮງ ຫຼື ຄວາມເສຍຫາຍທີ່ຮ້າຍແຮງຕໍ່ພົນລະເຮືອນ.
ໜ່ວຍງານທີ່ເຮັດໃຫ້ເກີດຄວາມຮຸນແຮງ ແມ່ນໄດ້ກຳນົດດັ່ງຕໍ່ໄປນີ້:
ໜ່ວຍງານທີ່ເຮັດໃຫ້ເກີດຄວາມຮຸນແຮງ (ທົ່ວໄປ) ແມ່ນຜູ້ກະທຳທີ່ບໍ່ແມ່ນລັດທີ່:
  • ມີເປົ້າໝາຍ ຫຼື ໜ້າທີ່ທີ່ຕັ້ງໃຈໄວ້ ເພື່ອສະໜອງ, ຜ່ານການໃຊ້ຄວາມຮຸນແຮງ, ໜ້າທີ່ບັງຄັບໃຊ້ກົດໝາຍຂອງລັດຖະບານທີ່ບໍ່ໄດ້ຮັບການອະນຸຍາດ (ເຊັ່ນ: ຕຳຫຼວດ, ທະຫານ, ການກວດຄົນເຂົ້າເມືອງ) ໂດຍຕາງໜ້າແທນ ຫຼື ນອກເໜືອໄປຈາກລັດຖະບານເອງ ຫຼື ເພື່ອລົບກວນໜ້າທີ່ບັງຄັບໃຊ້ກົດໝາຍຂອງລັດຖະບານໂດຍຜ່ານຄວາມຮຸນແຮງ.
  • ໄດ້ມີສ່ວນຮ່ວມໃນບາດກ້າວທີ່ສຳຄັນໄປສູ່ເປົ້າໝາຍທີ່ໄດ້ລະບຸໄວ້ນີ້ໃນແພລດຟອມຂອງ Meta ແລະ
  • ໄດ້ມີສ່ວນຮ່ວມໃນການຂົ່ມຂູ່ຫຼາຍກໍລະນີ ຫຼື ຍຸຍົງໃຫ້ເກີດຄວາມ​ຮຸນ​ແຮງ​ລະດັບສູງ (ທາງອອນລາຍ ຫຼື ອອບລາຍ);
ໜ່ວຍງານທີ່ຖືກຫ້າມຄວາມກຽດຊັງ ແມ່ນຜູ້ກະທຳທີ່ບໍ່ແມ່ນລັດ:
  • ມີສ່ວນຮ່ວມໃນການປະພຶດສະແດງຄວາມກຽດຊັງ ຫຼື ວາທະກຽດຊັງຊໍ້າແລ້ວຊໍ້າອີກ, ແຕ່ບໍ່ໄດ້ຂຶ້ນສູ່ລະດັບໜ່ວຍງານທີ 1 ເນື່ອງຈາກບໍ່ໄດ້ມີສ່ວນຮ່ວມ ຫຼື ສະໜັບສະໜູນຢ່າງຈະແຈ້ງຕໍ່ຄວາມຮຸນແຮງ ຫຼື ເນື່ອງຈາກຂາດຄວາມເຊື່ອມໂຍງທີ່ພຽງພໍກັບອົງການ ຫຼື ຕົວເລກທີ່ກຳນົດໄວ້ກ່ອນໜ້ານີ້.
ສຳລັບມາດຕະຖານຊຸມຊົນຕໍ່ໄປນີ້, ພວກເຮົາຕ້ອງການຂໍ້ມູນເພີ່ມເຕີມ ແລະ/ຫຼື ບໍລິບົດເພື່ອບັງຄັບໃຊ້:
  • ໃນບາງກໍລະນີ, ພວກເຮົາຈະອະນຸຍາດໃຫ້ມີເນື້ອຫາທີ່ອາດລະເມີດມາດຕະຖານຊຸມຊົນໄດ້ເມື່ອພິຈາລະນາແລ້ວວ່າເນື້ອຫາດັ່ງກ່າວເປັນການສຽດສີ. ເນື້ອຫາຈະໄດ້ຮັບອະນຸຍາດກໍຕໍ່ເມື່ອອົງປະກອບທີ່ລະເມີດຂອງເນື້ອຫານັ້ນມີການສຽດສີ ຫຼື ອ້າງເຖິງບາງຢ່າງ ຫຼື ບຸກຄົນອື່ນເພື່ອເຍາະເຍີ້ຍ ຫຼື ວິພາກວິຈານພວກເຂົາເທົ່ານັ້ນ.
ປະສົບການຜູ້ໃຊ້
ເບິ່ງບາງຕົວຢ່າງຂອງການບັງຄັບໃຊ້ວ່າມີລັກສະນະແນວໃດສຳລັບຄົນຢູ່ໃນ Facebook ເຊັ່ນ: ການລາຍງານບາງສິ່ງທີ່ທ່ານບໍ່ຄິດວ່າຄວນຈະມີຢູ່ໃນ Facebook ແມ່ນຈະມີລັກສະນະແນວໃດ, ເພື່ອບອກໃຫ້ຮູ້ວ່າທ່ານໄດ້ລະເມີດມາດຕະຖານຊຸມຊົນຂອງພວກເຮົາ ແລະ ເບິ່ງໜ້າຈໍຄຳເຕືອນສຳລັບເນື້ອຫາບາງຢ່າງ.
ໝາຍເຫດ: ພວກເຮົາກຳລັງປັບປຸງຢູ່ສະເໝີ, ດັ່ງນັ້ນສິ່ງທີ່ທ່ານເຫັນຢູ່ນີ້ອາດຈະຊັກຊ້າເລັກນ້ອຍ ເມື່ອທຽບກັບສິ່ງທີ່ພວກເຮົາໃຊ້ໃນປັດຈຸບັນ.
ປະສົບການຜູ້ໃຊ້
ການລາຍງານ
ປະສົບການຜູ້ໃຊ້
ການ​ສື່​ສານ​ຫຼັງ​ການ​ລາຍ​ງານ​
ປະສົບການຜູ້ໃຊ້
ປະສົບການການລຶບອອກ
ປະສົບການຜູ້ໃຊ້
ໜ້າຈໍຄຳເຕືອນ
ຂໍ້ມູນ
ເບິ່ງບົດລາຍງານການບັງຄັບໃຊ້ມາດຕະຖານຊຸມຊົນຫຼ້າສຸດ
ການບັງຄັບໃຊ້
ພວກເຮົາມີນະໂຍບາຍດຽວກັນທົ່ວໂລກສໍາລັບທຸກຄົນໃນ Facebook.
ທີມງານກວດສອບ
ທີມງານກວດສອບທົ່ວໂລກຂອງພວກເຮົາຫຼາຍກວ່າ 15,000 ຄົນເຮັດວຽກທຸກໆມື້ ເພື່ອເຮັດໃຫ້ຄົນທີ່ຢູ່ໃນ Facebook ມີຄວາມປອດໄພ.
ການມີສ່ວນຮ່ວມຂອງຜູ້ມີສ່ວນກ່ຽວຂ້ອງ
ຜູ້ຊ່ຽວຊານ, ນັກວິຊາການ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ແລະ ຜູ້ສ້າງນະໂຍບາຍຈາກພາຍນອກຊ່ວຍແຈ້ງມາດຕະຖານຊຸມຊົນຂອງ Facebook.
ຂໍຄວາມຊ່ວຍເຫຼືອກ່ຽວກັບບຸກຄົນ ແລະ ອົງການຈັດຕັ້ງທີ່ເປັນອັນຕະລາຍ
ສຶກສາວ່າທ່ານສາມາດເຮັດຫຍັງໄດ້ ຖ້າທ່ານເຫັນບາງສິ່ງຢູ່ Facebook ທີ່ຂັດກັບມາດຕະຖານຊຸມຊົນຂອງພວກເຮົາ.
ເຂົ້າເບິ່ງສູນການຊ່ວຍເຫຼືອຂອງພວກເຮົາ