ຄວາມປອດໄພທາງໄຊເບີ

ລາຍລະອຽດນະໂຍບາຍ

ປ່ຽນບັນທຶກ
ເຫດຜົນດ້ານນະໂຍບາຍ
ພວກເຮົາຮັບຮູ້ວ່າຄວາມປອດໄພຂອງຜູ້ໃຊ້ຂອງພວກເຮົາຮວມເອົາການຮັກສາຄວາມປອດໄພຂອງຂໍ້ມູນສ່ວນຕົວ, ບັນຊີ, ໂປຣໄຟລ໌ ແລະ ໜ່ວຍງານ Meta ອື່ນໆທີ່ພວກເຂົາອາດຈັດການ, ລວມທັງ ຜະລິດຕະພັນ ແລະ ບໍລິການຂອງພວກເຮົາໃນວົງກວ້າງຫຼາຍຂຶ້ນ. ຄວາມພະຍາຍາມທີ່ຈະຮວບຮວມຂໍ້ມູນສ່ວນບຸກຄົນທີ່ລະອຽດອ່ອນ ຫຼື ມີສ່ວນຮ່ວມໃນການເຂົ້າເຖິງໂດຍບໍ່ໄດ້ຮັບອະນຸຍາດດ້ວຍວິທີຫຼອກລວງ ຫຼື ບຸກລຸກ, ເປັນອັນຕະລາຍຕໍ່ບັນຍາກາດທີ່ແທ້ຈິງ, ເປີດກວ້າງ ແລະ ປອດໄພທີ່ພວກເຮົາຕ້ອງການສົ່ງເສີມ.
ພວກເຮົາບໍ່ອະນຸຍາດ:
ການພະຍາຍາມເຈາະລະບົບ ຫຼື ເຂົ້າເຖິງບັນຊີ ດ້ວຍວິທີການທີ່ບໍ່ໄດ້ຮັບອະນຸຍາດ ລວມເຖິງ:
  • ການເຂົ້າເຖິງບັນຊີ, ໂປຣໄຟລ໌ ຫຼື ຊັບສິນອື່ນໆຂອງ Meta ນອກຈາກຂອງຕົນເອງ ຜ່ານວິທີການທີ່ຫຼອກລວງ ຫຼື ໂດຍບໍ່ມີການອະນຸຍາດຢ່າງຈະແຈ້ງຈາກບັນຊີ, ໂປຣໄຟລ໌ ຫຼື ເຈົ້າຂອງຊັບສິນ.
  • ການໄດ້, ຮັບ ຫຼື ຮ້ອງຂໍຂໍ້ມູນເຂົ້າສູ່ລະບົບຂອງຜູ້ໃຊ້, ຂໍ້ມູນສ່ວນບຸກຄົນ ຫຼື ຂໍ້ມູນຜູ້ໃຊ້ທີ່ອ່ອນໄຫວ ເພື່ອຈຸດປະສົງການເຂົ້າເຖິງທີ່ບໍ່ໄດ້ຮັບອະນຸຍາດ ລວມເຖິງຜ່ານກົນອຸບາຍດັ່ງຕໍ່ໄປນີ້:
    • ການລັກຂໍ້ມູນ ທີ່ມີນິຍາມເປັນການປະຕິບັດເພື່ອສ້າງການສື່ສານ ຫຼື ເວັບໄຊທ໌ ທີ່ຖືກອອກແບບໃຫ້ມີລັກສະນະຄ້າຍຄືກັບການສື່ສານ ຫຼື ເວັບໄຊທ໌ທີ່ໜ້າເຊື່ອຖື ຫຼື ມີຊື່ສຽງ ເພື່ອຈຸດປະສົງຂອງການສໍ້ໂກງຮັບເອົາຂໍ້ມູນທີ່ອ່ອນໄຫວຂອງຜູ້ໃຊ້.
    • ວິສະວະກຳທາງສັງຄົມ ເຊັ່ນ: ການພະຍາຍາມຊໍ້າໆ ຫຼື ຕໍ່ເນື່ອງ ເພື່ອເກັບ ຫຼື ຮັບຄຳຕອບສຳລັບບັນຊີທົ່ວໄປ ຫຼື ຄຳຖາມເພື່ອກອບກູ້ລະຫັດຜ່ານ.
    • ມາລແວ, ເກຣແວ, ສະປາຍແວ ຫຼື ລະຫັດອື່ນໆທີ່ມີເຈດຕະນາມຸ່ງຮ້າຍ ດັ່ງທີ່ອະທິບາຍຂ້າງລຸ່ມ.
ການພະຍາຍາມແບ່ງປັນ, ພັດທະນາ, ໂຮສ ຫຼື ແຈກຢາຍລະຫັດທີ່ມີເຈດຕະນາມຸ່ງຮ້າຍ ຫຼື ເປັນອັນຕະລາຍ ລວມເຖິງ:
  • ການສົ່ງເສີມ ຫຼື ຫຼອກລວງຜູ້ໃຊ້ໃຫ້ດາວໂຫຼດ ຫຼື ເອີ້ນໃຊ້ໄຟລ໌, ແອັບ ຫຼື ໂປຣແກຣມ ທີ່ຈະເຈາະລະບົບຄວາມປອດໄພໃນອອນລາຍ ຫຼື ຂອງຂໍ້ມູນຂອງຜູ້ໃຊ້ ລວມເຖິງແຕ່ບໍ່ຈຳກັດພຽງ:
    • ມາລແວ ທີ່ມີນິຍາມເປັນລະຫັດ ຫຼື ຊອບແວ ທີ່ຖືກອອກແບບ ເພື່ອທຳລາຍ ຫຼື ຮັບການເຂົ້າເຖິງລະບົບທີ່ບໍ່ໄດ້ຮັບອະນຸຍາດ. ສິ່ງລວມເຖິງໂປຣແກຣມທີ່ຖືກອອກແບບມາເພື່ອທຳລາຍລະບົບຄອມພິວເຕີ ພ້ອມທັງຊອບແວທີ່ຖືກອອກແບບມາເພື່ອດູດເອົາເງິນຈາກຜູ້ເຄາະຮ້າຍ ເຊັ່ນ: ແຣນຊຳແວ.
    • ສະປາຍແວ ທີ່ມີນິຍາມເປັນລະຫັດ ຫຼື ຊອບແວທີ່ເກັບຂໍ້ມູນຜູ້ໃຊ້ ແລະ ສົ່ງມັນໄປຫາພາກສ່ວນທີສາມ ໂດຍບໍ່ມີການຍິນຍອມເປັນລາຍລະອັກສອນຈາກຜູ້ໃຊ້ ຫຼື ທີ່ນໍາໃຊ້ຂໍ້ມູນເພື່ອຈຸດປະສົງທີ່ຜິດກົດໝາຍ (ເຊັ່ນ: ການກັນໂຊກຂໍ້ມູນທາງເພດ, ການກັນໂຊກ, ການເຂົ້າເຖິງລະບົບຢ່າງບໍ່ຖືກຕ້ອງຕາມກົດໝາຍ).
    • ເກຣແວ ທີ່ມີນິຍາມເປັນລະຫັດ ຫຼື ຊອບແວທີ່ບ່ຽງເບນການນໍາໃຊ້ຮາດແວ ຫຼື ຊອບແວ ແລະ ອາດເປັນອຸປະສັກຕໍ່ການເອົາອອກຈາກລະບົບຄອມພິວເຕີ ຫຼື ເຄືອຂ່າຍ.
  • ການສ້າງ, ການແຊຣ໌ ຫຼື ການໂຮສຊອບແວທີ່ເປັນອັນຕະລາຍ, ລວມທັງສ່ວນຂະຫຍາຍບຣາວເຊີ ແລະ ແອັບພລິເຄຊັນມືຖື, ທັງໃນ ແລະ ນອກແພລັດຟອມທີ່ເຮັດໃຫ້ຜູ້ໃຊ້ ຫຼື ຜະລິດຕະພັນ ແລະ ບໍລິການຂອງພວກຂ້າພະເຈົ້າຕົກຢູ່ໃນຄວາມສ່ຽງ.
  • ການຂົ່ມຂູ່, ຍອມຮັບ ຫຼື ເຮັດໃຫ້ການແຮັກ - ລວມທັງໂດຍການແບ່ງປັນ ຫຼື ການໂຄສະນາຊອບແວ, ຫຼັກສູດ ຫຼື ຜະລິດຕະພັນ ທີ່ເຮັດໃຫ້ຄົນສາມາດຜ່ານລະບົບຄວາມປອດໄພ ລວມເຖິງ ຊອບແວທີ່ສົ່ງເສີມໃຫ້ແຮັກຊອບແວ ຫຼື ຂໍ້ມູນຮອງຮັບ
  • ການສະໜອງໂຄງລ່າງພື້ນຖານອອນລາຍ, ລວມທັງ ບໍລິການເວັບໂຮສຕິງ, ເຊີບເວີລະບົບຊື່ໂດເມນ ແລະ ເຄືອຂ່າຍໂຄສະນາທີ່ເປີດໃຊ້ງານລິ້ງທີ່ບໍ່ເໝາະສົມ ເຊິ່ງລິ້ງສ່ວນໃຫຍ່ຢູ່ບໍລິການຂອງພວກເຮົາ ລະເມີດພາກສ່ວນສະແປມ ຫຼື ຄວາມປອດໄພທາງໄຊເບີຂອງມາດຕະຖານຊຸມຊົນ.
ປະສົບການຜູ້ໃຊ້
ເບິ່ງບາງຕົວຢ່າງຂອງການບັງຄັບໃຊ້ວ່າມີລັກສະນະແນວໃດສຳລັບຄົນຢູ່ໃນ Facebook ເຊັ່ນ: ການລາຍງານບາງສິ່ງທີ່ທ່ານບໍ່ຄິດວ່າຄວນຈະມີຢູ່ໃນ Facebook ແມ່ນຈະມີລັກສະນະແນວໃດ, ເພື່ອບອກໃຫ້ຮູ້ວ່າທ່ານໄດ້ລະເມີດມາດຕະຖານຊຸມຊົນຂອງພວກເຮົາ ແລະ ເບິ່ງໜ້າຈໍຄຳເຕືອນສຳລັບເນື້ອຫາບາງຢ່າງ.
ໝາຍເຫດ: ພວກເຮົາກຳລັງປັບປຸງຢູ່ສະເໝີ, ດັ່ງນັ້ນສິ່ງທີ່ທ່ານເຫັນຢູ່ນີ້ອາດຈະຊັກຊ້າເລັກນ້ອຍ ເມື່ອທຽບກັບສິ່ງທີ່ພວກເຮົາໃຊ້ໃນປັດຈຸບັນ.
ປະສົບການຜູ້ໃຊ້
ການລາຍງານ
ປະສົບການຜູ້ໃຊ້
ການ​ສື່​ສານ​ຫຼັງ​ການ​ລາຍ​ງານ​
ປະສົບການຜູ້ໃຊ້
ປະສົບການການລຶບອອກ
ປະສົບການຜູ້ໃຊ້
ໜ້າຈໍຄຳເຕືອນ
ການບັງຄັບໃຊ້
ພວກເຮົາມີນະໂຍບາຍດຽວກັນທົ່ວໂລກສໍາລັບທຸກຄົນໃນ Facebook.
ທີມງານກວດສອບ
ທີມງານກວດສອບທົ່ວໂລກຂອງພວກເຮົາຫຼາຍກວ່າ 15,000 ຄົນເຮັດວຽກທຸກໆມື້ ເພື່ອເຮັດໃຫ້ຄົນທີ່ຢູ່ໃນ Facebook ມີຄວາມປອດໄພ.
ການມີສ່ວນຮ່ວມຂອງຜູ້ມີສ່ວນກ່ຽວຂ້ອງ
ຜູ້ຊ່ຽວຊານ, ນັກວິຊາການ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ແລະ ຜູ້ສ້າງນະໂຍບາຍຈາກພາຍນອກຊ່ວຍແຈ້ງມາດຕະຖານຊຸມຊົນຂອງ Facebook.
ຂໍຄວາມຊ່ວຍເຫຼືອເລື່ອງຄວາມປອດໄພໄຊເບີ
ສຶກສາວ່າທ່ານສາມາດເຮັດຫຍັງໄດ້ ຖ້າທ່ານເຫັນບາງສິ່ງຢູ່ Facebook ທີ່ຂັດກັບມາດຕະຖານຊຸມຊົນຂອງພວກເຮົາ.
ເຂົ້າເບິ່ງສູນການຊ່ວຍເຫຼືອຂອງພວກເຮົາ