ຄວາມສົມບູນຂອງບັນຊີ

ລາຍລະອຽດນະໂຍບາຍ

ປ່ຽນບັນທຶກ
ເຫດຜົນສຳລັບນະໂຍບາຍ
ເພື່ອຮັກສາສະພາບແວດລ້ອມທີ່ປອດໄພ ແລະ ເສີມຂະຫຍາຍເສລີພາບໃນການສະແດງອອກ, ພວກເຮົາຈຶ່ງຈຳກັດ ຫຼື ລຶບບັນຊີທີ່ເປັນອັນຕະລາຍຕໍ່ຊຸມຊົນອອກ. ພວກເຮົາໄດ້ສ້າງການຮວມກັນຂອງລະບົບອັດຕະໂນມັດ ແລະ ດ້ວຍຕົວເອງເພື່ອຈຳກັດ ແລະ ລຶບບັນຊີທີ່ໃຊ້ໃນການລະເມີດນະໂຍບາຍຂອງພວກເຮົາຢ່າງຮ້າຍແຮງ ຫຼື ຕໍ່ເນື່ອງໃນຜະລິດຕະພັນໃດໜຶ່ງຂອງພວກເຮົາ.
ເນື່ອງຈາກການລຶບບັນຊີເປັນການດຳເນີນການທີ່ຈິງຈັງ, ພວກເຮົາຈຶ່ງຕັ້ງເປົ້າໝາຍທີ່ຈະໃຫ້ຊຸມຊົນຂອງພວກເຮົາມີໂອກາດຮຽນຮູ້ລະບຽບການ ແລະ ປະຕິບັດຕາມມາດຕະຖານຊຸມຊົນຂອງພວກເຮົາ. ຕົວຢ່າງ: ມີການອອກແຈ້ງການໃນແຕ່ລະຄັ້ງທີ່ພວກເຮົາລຶບເນື້ອຫາອອກ ແລະ ສ່ວນຫຼາຍ ພວກເຮົາຍັງໃຫ້ຂໍ້ມູນແກ່ຜູ້ຄົນກ່ຽວກັບລັກສະນະຂອງການລະເມີດ ແລະ ຂໍ້ຈຳກັດທີ່ນຳໃຊ້. ການປະຕິບັດການບັງຄັບໃຊ້ຂອງພວກເຮົາ ຖືກອອກແບບມາເພື່ອໃຫ້ສົມດຸນກັບຄວາມຮຸນແຮງຂອງການລະເມີດ, ປະຫວັດຂອງການລະເມີດໃນບັນຊີ ແລະ ຄວາມສ່ຽງ ຫຼື ຄວາມເສຍຫາຍທີ່ເກີດກັບຊຸມຊົນ. ການລະເມີດຢ່າງຕໍ່ເນື່ອງເຖິງແມ່ນວ່າຈະມີຄຳເຕືອນ ແລະ ຂໍ້ຈຳກັດຊ້ຳໆ ຫຼື ການລະເມີດທີ່ກໍ່ໃຫ້ເກີດຄວາມສ່ຽງດ້ານຄວາມປອດໄພຢ່າງຮ້າຍແຮງຈະເຮັດໃຫ້ບັນຊີຖືກປິດການນຳໃຊ້.
ສຶກສາເພີ່ມເຕີມກ່ຽວກັບວິທີທີ່ Meta ບັງຄັບໃຊ້ນະໂຍບາຍຂອງຕົນ ແລະ ຈຳກັດບັນຊີຢູ່ໃນ ສູນຄວາມໂປ່ງໃສ.
ພວກເຮົາອາດຈະຈຳກັດ ຫຼື ປິດການນຳໃຊ້ບັນຊີ, ໜ່ວຍງານອື່ນໆ (ເພຈ, ກຸ່ມ, ກິດຈະກຳ) ຫຼື ຊັບສິນທຸລະກິດ (ຜູ້ຈັດການທຸລະກິດ, ບັນຊີໂຄສະນາ) ທີ່:
  • ລະເມີດມາດຕະຖານຊຸມຊົນຂອງພວກເຮົາທີ່ກ່ຽວຂ້ອງກັບອັນຕະລາຍຮ້າຍແຮງ ເປັນຕົ້ນສິ່ງທີ່ພວກເຮົາສົ່ງຕໍ່ໄປໃຫ້ຜູ້ບັງຄັບໃຊ້ກົດໝາຍເນື່ອງຈາກຄວາມສ່ຽງຕໍ່ອັນຕະລາຍທີ່ອາດຈະເກີດຂຶ້ນກັບຄວາມປອດໄພສ່ວນບຸກຄົນ ຫຼື ສາທາລະນະ
  • ລະເມີດມາດຕະຖານຊຸມຊົນຂອງພວກເຮົາທີ່ກ່ຽວຂ້ອງກັບອັນຕະລາຍຕ່າງໆ ທີ່ສົມຄວນສົ່ງຕໍ່ໄປໃຫ້ຜູ້ບັງຄັບໃຊ້ກົດໝາຍເນື່ອງຈາກຄວາມສ່ຽງຕໍ່ອັນຕະລາຍທີ່ອາດຈະເກີດຂຶ້ນກັບຄວາມປອດໄພສ່ວນບຸກຄົນ ຫຼື ສາທາລະນະ
  • ລະເມີດມາດຕະຖານການໂຄສະນາຂອງພວກເຮົາທີ່ກ່ຽວຂ້ອງກັບການຫຼອກລວງ ຫຼື ສ້າງຄວາມເສຍຫາຍຕໍ່ທຸລະກິດທີ່ເປັນອັນຕະລາຍ
  • ລະເມີດມາດຕະຖານຊຸມຊົນຂອງພວກເຮົາຢ່າງຕໍ່ເນື່ອງໂດຍການໂພສເນື້ອຫາທີ່ລະເມີດ ແລະ/ຫຼື ການຈັດການໜ່ວຍງານ ຫຼື ຊັບສິນທຸລະກິດທີ່ລະເມີດ
  • ລະເມີດມາດຕະຖານການໂຄສະນາຂອງພວກເຮົາຢ່າງຕໍ່ເນື່ອງ
  • ສະແດງກິດຈະກຳ ຫຼື ພຶດຕິກຳທີ່ບົ່ງບອກເຖິງຈຸດປະສົງໃນການລະເມີດຢ່າງຊັດເຈນ
  • ເປັນຂອງຜູ້ໃຊ້ທີ່ມີອາຍຸຕ່ຳກວ່າ 18 ປີ ທີ່ລະເມີດມາດຕະຖານຊຸມຊົນຂອງພວກເຮົາຢ່າງຕໍ່ເນື່ອງ ດ້ວຍການໂພສ ຫຼື ແບ່ງປັນເນື້ອຫາທີ່ ບໍ່ ເໝາະສົມກັບອາຍຸ, ເຊິ່ງລວມມີ (ແຕ່ບໍ່ຈຳກັດພຽງແຕ່) ເນື້ອຫາພາບໂປ້ເປືອຍຂອງຜູ້ໃຫຍ່ ຫຼື ກິດຈະກຳທາງເພດ, ການໂຄສະນາສົ່ງເສີມ ຫຼື ການສະແດງພາບກ່ຽວກັບຢາເສບຕິດ, ເຫຼົ້າ ຫຼື ຢາສູບ, ການໃຊ້ຄວາມຮຸນແຮງທີ່ເຫັນໄດ້ຢ່າງຊັດເຈນ ຫຼື ການທຳຮ້າຍຮ່າງກາຍຕົນເອງ ຫຼື ຄວາມຜິດປົກກະຕິໃນການກິນອາຫານ
ພວກເຮົາອາດຈະຈຳກັດ ຫຼື ປິດການນຳໃຊ້ບັນຊີ, ໜ່ວຍງານອື່ນໆ (ເພຈ, ກຸ່ມ, ກິດຈະກຳ) ຫຼື ຊັບສິນທຸລະກິດ (ຜູ້ຈັດການທຸລະກິດ, ບັນຊີໂຄສະນາ) ທີ່ຖືກ:
  • ເປັນເຈົ້າຂອງໂດຍບຸກຄົນ ຫຼື ໜ່ວຍງານດຽວກັນກັບບັນຊີທີ່ຖືກປິດການນຳໃຊ້
  • ສ້າງ ຫຼື ປັບໃຊ້ ເພື່ອຫຼີກເວັ້ນການລຶບບັນຊີ ຫຼື ຕົວຕົນຜ່ານມາ, ຮວມທັງບັນຊີ ຫຼື ຕົວຕົນທີ່ໄດ້ຮັບການປະເມີນວ່າມີຄວາມເປັນເຈົ້າຂອງຮ່ວມກັນ ແລະ ເນື້ອຫາຄືກັນກັບບັນຊີ ຫຼື ຕົວຕົນທີ່ຖືກລຶບກ່ອນໜ້ານີ້.
  • ສ້າງເພື່ອຕິດຕໍ່ຜູ້ໃຊ້ທີ່ບລັອກບັນຊີແລ້ວ
  • ນຳໃຊ້ໃນກໍລະນີອື່ນເພື່ອຫຼີກເວັ້ນການດຳເນີນການບັງຄັບໃຊ້ ຫຼື ຂະບວນການກວດສອບຂອງພວກເຮົາ
ພວກເຮົາອາດຈະຈຳກັດ ຫຼື ປິດການນຳໃຊ້ບັນຊີ, ໜ່ວຍງານອື່ນໆ (ເພຈ, ກຸ່ມ, ກິດຈະກຳ) ຫຼື ຊັບສິນທຸລະກິດ (ຜູ້ຈັດການທຸລະກິດ, ບັນຊີໂຄສະນາ) ທີ່ສະແດງໃຫ້ເຫັນ:
  • ການເຊື່ອມໂຍງຢ່າງໃກ້ຊິດກັບເຄືອຂ່າຍບັນຊີ ຫຼື ໜ່ວຍງານອື່ນທີ່ລະເມີດ ຫຼື ຫຼົບຫຼີກນະໂຍບາຍຂອງພວກເຮົາ
  • ການປະສານງານພາຍໃນເຄືອຂ່າຍບັນຊີ ຫຼື ໜ່ວຍງານອື່ນທີ່ລະເມີດນະໂຍບາຍຂອງພວກເຮົາຢ່າງຕໍ່ເນື່ອງ ຫຼື ຮ້າຍແຮງ
  • ກິດຈະກຳ ຫຼື ພຶດຕິກຳທີ່ສະແດງເຖິງຈຸດປະສົງການລະເມີດທີ່ຊັດເຈນ ຜ່ານເຄືອຂ່າຍບັນຊີ
ພວກເຮົາຈະເຮັດວຽກເພື່ອຈຳກັດ ຫຼື ປິດການນຳໃຊ້ບັນຊີ ຫຼື ໜ່ວຍງານອື່ນ (ເພຈ, ກຸ່ມ, ກິດຈະກຳ) ຫຼື ຊັບສິນທຸລະກິດ (ຜູ້ຈັດການທຸລະກິດ, ບັນຊີໂຄສະນາ) ທີ່ເຮັດກິດຈະກຳນອກແພລັດຟອມ ທີ່ອາດຈະເຮັດໃຫ້ເກີດອັນຕະລາຍຕໍ່ແພລັດຟອມຂອງພວກເຮົາ, ຮວມເອົາສິ່ງເຫຼົ່ານີ້:
  • ເປັນເຈົ້າຂອງໂດຍຜູ້ກະທຳຜິດທາງເພດ, ຖືກຕັດສິນລົງໂທດຕໍ່ການກະທໍາຜິດທີ່ກ່ຽວຂ້ອງກັບການລ່ວງລະເມີດທາງເພດຂອງເດັກນ້ອຍ ຫຼື ຜູ້ໃຫຍ່
  • ເປັນເຈົ້າຂອງໂດຍໜ່ວຍງານທີ່ໄດ້ຮັບການສ້າງຕັ້ງ ຫຼື ດຳເນີນການໃນນາມຂອງໜ່ວຍງານນັ້ນ
  • ຖືກຫ້າມບໍ່ໃຫ້ໄດ້ຮັບຜະລິດຕະພັນ, ບໍລິການ ຫຼື ຊອບແວຂອງພວກເຮົາພາຍໃຕ້ກົດໝາຍທີ່ກ່ຽວຂ້ອງ
ໃນສະຖານະການຕໍ່ໄປນີ້, ພວກເຮົາອາດຈະຮ້ອງຂໍເອົາຂໍ້ມູນເພີ່ມເຕີມກ່ຽວກັບບັນຊີເພື່ອຢືນຢັນຄວາມເປັນເຈົ້າຂອງ ແລະ/ຫຼື ກິດຈະກຳທີ່ໄດ້ຮັບອະນຸຍາດ:
  • ບັນຊີຖືກເຈາະລະບົບ
  • ການສ້າງ ຫຼື ນຳໃຊ້ບັນຊີ ຫຼື ໜ່ວຍງານອື່ນ ຜ່ານວິທີການອັດຕະໂນມັດ ເຊັ່ນ: ການຂຽນບົດເວົ້າ (ເວັ້ນເສຍແຕ່ວ່າກິດຈະກຳການຂຽນບົດເວົ້າດັ່ງກ່າວຈະເກີດຂຶ້ນຜ່ານເສັ້ນທາງທີ່ໄດ້ຮັບອະນຸຍາດ ແລະ ບໍ່ລະເມີດນະໂຍບາຍຂອງພວກເຮົາແຕ່ຢ່າງໃດ)
  • ບັນຊີຫວ່າງເປົ່າທີ່ມີການພັກໄວ້ເປັນເວລາດົນນານ
ປະສົບການຜູ້ໃຊ້
ເບິ່ງບາງຕົວຢ່າງຂອງການບັງຄັບໃຊ້ວ່າມີລັກສະນະແນວໃດສຳລັບຄົນຢູ່ໃນ Facebook ເຊັ່ນ: ການລາຍງານບາງສິ່ງທີ່ທ່ານບໍ່ຄິດວ່າຄວນຈະມີຢູ່ໃນ Facebook ແມ່ນຈະມີລັກສະນະແນວໃດ, ເພື່ອບອກໃຫ້ຮູ້ວ່າທ່ານໄດ້ລະເມີດມາດຕະຖານຊຸມຊົນຂອງພວກເຮົາ ແລະ ເບິ່ງໜ້າຈໍຄຳເຕືອນສຳລັບເນື້ອຫາບາງຢ່າງ.
ໝາຍເຫດ: ພວກເຮົາກຳລັງປັບປຸງຢູ່ສະເໝີ, ດັ່ງນັ້ນສິ່ງທີ່ທ່ານເຫັນຢູ່ນີ້ອາດຈະຊັກຊ້າເລັກນ້ອຍ ເມື່ອທຽບກັບສິ່ງທີ່ພວກເຮົາໃຊ້ໃນປັດຈຸບັນ.
ປະສົບການຜູ້ໃຊ້
ການລາຍງານ
ປະສົບການຜູ້ໃຊ້
ການ​ສື່​ສານ​ຫຼັງ​ການ​ລາຍ​ງານ​
ປະສົບການຜູ້ໃຊ້
ປະສົບການການລຶບອອກ
ປະສົບການຜູ້ໃຊ້
ໜ້າຈໍຄຳເຕືອນ
ຂໍ້ມູນ
ເບິ່ງບົດລາຍງານການບັງຄັບໃຊ້ມາດຕະຖານຊຸມຊົນຫຼ້າສຸດ
ການບັງຄັບໃຊ້
ພວກເຮົາມີນະໂຍບາຍດຽວກັນທົ່ວໂລກສໍາລັບທຸກຄົນໃນ Facebook.
ທີມງານກວດສອບ
ທີມງານກວດສອບທົ່ວໂລກຂອງພວກເຮົາຫຼາຍກວ່າ 15,000 ຄົນເຮັດວຽກທຸກໆມື້ ເພື່ອເຮັດໃຫ້ຄົນທີ່ຢູ່ໃນ Facebook ມີຄວາມປອດໄພ.
ການມີສ່ວນຮ່ວມຂອງຜູ້ມີສ່ວນກ່ຽວຂ້ອງ
ຜູ້ຊ່ຽວຊານ, ນັກວິຊາການ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ແລະ ຜູ້ສ້າງນະໂຍບາຍຈາກພາຍນອກຊ່ວຍແຈ້ງມາດຕະຖານຊຸມຊົນຂອງ Facebook.
ຂໍຄວາມຊ່ວຍເຫຼືອກ່ຽວກັບຄວາມສົມບູນຂອງບັນຊີ
ສຶກສາວ່າທ່ານສາມາດເຮັດຫຍັງໄດ້ ຖ້າທ່ານເຫັນບາງສິ່ງຢູ່ Facebook ທີ່ຂັດກັບມາດຕະຖານຊຸມຊົນຂອງພວກເຮົາ.
ເຂົ້າເບິ່ງສູນການຊ່ວຍເຫຼືອຂອງພວກເຮົາ