ມາດຕະຖານຊຸມຊົນ
ການແນະນຳ
ມາດຕະຖານເຫຼົ່ານີ້ແມ່ນອີງໃສ່ຄໍາຕິຊົມຈາກຜູ້ຄົນ ແລະ ຄໍາແນະນໍາຂອງຜູ້ຊ່ຽວຊານໃນສາຂາຕ່າງໆ ເຊັ່ນ: ເຕັກໂນໂລຊີ, ຄວາມປອດໄພຂອງສາທາລະນະ ແລະ ສິດທິມະນຸດ. ເພື່ອຮັບປະກັນວ່າສຽງຂອງທຸກຄົນມີຄຸນຄ່າ, ພວກເຮົາເອົາໃຈໃສ່ເປັນຢ່າງຍິ່ງໃນການສ້າງມາດຕະຖານທີ່ປະກອບມີມຸມມອງ ແລະ ຄວາມເຊື່ອທີ່ແຕກຕ່າງກັນ, ໂດຍສະເພາະຈາກຜູ້ຄົນ ແລະ ຊຸມຊົນທີ່ອາດຖືກມອງຂ້າມ ຫຼື ດ້ອຍໂອກາດ.
ໃນທຸກມື້, ຜູ້ຄົນໃຊ້ Facebook, Instagram, Messenger ແລະ Threads ເພື່ອແບ່ງປັນປະສົບການ, ເຊື່ອມຕໍ່ກັບໝູ່ເພື່ອນ ແລະ ຄອບຄົວ ແລະ ສ້າງຊຸມຊົນ. ບໍລິການຂອງພວກເຮົາເຮັດໃຫ້ຫຼາຍຕື້ຄົນສາມາດສະແດງອອກໄດ້ຢ່າງເສລີໃນຫຼາຍປະເທດ ແລະ ວັດທະນະທໍາ ແລະ ເປັນຫຼາຍສິບພາສາ.
Meta ຮັບຮູ້ວ່າມັນມີຄວາມສໍາຄັນແນວໃດສໍາລັບ Facebook, Instagram, Messenger ແລະ Threads ທີ່ຈະເປັນບ່ອນທີ່ຜູ້ຄົນຮູ້ສຶກວ່າມີອຳນາດໃນການສື່ສານ ແລະ ພວກເຮົາເຮັດບົດບາດຂອງພວກເຮົາຢ່າງຈິງຈັງເພື່ອຮັກສາໃຫ້ການລະເມີດອອກຫ່າງຈາກການໃຫ້ບໍລິການ. ນັ້ນເປັນເຫດຜົນທີ່ພວກເຮົາພັດທະນາມາດຕະຖານສໍາລັບສິ່ງທີ່ອະນຸຍາດ ແລະ ບໍ່ອະນຸຍາດຢູ່ບໍລິການເຫຼົ່ານີ້.
ກະລຸນາຮັບຊາບວ່າ ມາດຕະຖານຊຸມຊົນສະບັບພາສາອັງກິດສະຫະລັດສະທ້ອນເຖິງຊຸດນະໂຍບາຍຫຼ້າທີ່ສຸດ ແລະ ຄວນຖືກໃຊ້ເປັນເອກະສານຫຼັກ.
ຄວາມມຸ່ງໝັ້ນຂອງພວກເຮົາຕໍ່ການໃຊ້ສິດສຽງ
ເປົ້າໝາຍມາດຕະຖານຊຸມຊົນຂອງພວກເຮົາແມ່ນເພື່ອສ້າງສະຖານທີ່ສໍາລັບການສະແດງອອກ ແລະ ໃຫ້ຜູ້ຄົນມີສຽງ. Meta ຕ້ອງການໃຫ້ຜູ້ຄົນສາມາດສົນທະນາຢ່າງເປີດເຜີຍກ່ຽວກັບບັນຫາທີ່ມີຄວາມສໍາຄັນກັບພວກເຂົາ, ບໍ່ວ່າຈະຜ່ານຄໍາເຫັນທີ່ເປັນລາຍລັກອັກສອນ, ຮູບພາບ, ດົນຕີ ຫຼື ສື່ສິລະປະອື່ນໆ, ເຖິງແມ່ນວ່າບາງຄົນອາດຈະບໍ່ເຫັນດີ ຫຼື ພົບເຫັນພວກມັນເປັນສິ່ງທີ່ສາມາດຄັດຄ້ານໄດ້. ໃນບາງກໍລະນີ, ພວກເຮົາອະນຸຍາດໃຫ້ມີເນື້ອຫາ—ເຊິ່ງຈະຂັດກັບມາດຕະຖານຂອງພວກເຮົາ—ຖ້າມັນເປັນຂ່າວ ແລະ ເປັນຄວາມສົນໃຈຂອງປະຊາຊົນ. ພວກເຮົາເຮັດສິ່ງນີ້ ພຽງແຕ່ຫຼັງຈາກທີ່ຊັງຊາຄຸນຄ່າຜົນປະໂຫຍດຂອງສາທາລະນະຕໍ່ກັບຄວາມສ່ຽງທີ່ຈະເປັນອັນຕະລາຍ ແລະ ພວກເຮົາພິຈາລະນາຕາມມາດຕະຖານສິດທິມະນຸດສາກົນເພື່ອເຮັດການຕັດສິນເຫຼົ່ານີ້. ໃນກໍລະນີອື່ນໆ, ພວກເຮົາອາດຈະລຶບເນື້ອຫາທີ່ໃຊ້ພາສາທີ່ບໍ່ຊັດເຈນ ຫຼື ບ່ໍຈະແຈ້ງອອກ ເມື່ອບໍລິບົດເພີ່ມເຕີມເຮັດໃຫ້ພວກເຮົາເຂົ້າໃຈຢ່າງສົມເຫດສົມຜົນວ່າເນື້ອຫາດັ່ງກ່າວຂັດກັບມາດຕະຖານຂອງພວກເຮົາ.
ຄວາມມຸ່ງໝັ້ນຂອງພວກຂ້າພະເຈົ້າໃນການສະແດງອອກເປັນສິ່ງສຳຄັນຢ່າງຍິ່ງ, ແຕ່ພວກຂ້າພະເຈົ້າຮັບຮູ້ວ່າອິນເຕີເນັດສ້າງໂອກາດໃໝ່ໆໃຫ້ກັບການລະເມີດ. ດ້ວຍເຫດຜົນເຫຼົ່ານີ້, ເມື່ອພວກເຮົາຈຶ່ງຈຳກັດການສະແດງອອກ, ພວກເຮົາເຮັດມັນເພື່ອໃຫ້ບໍລິການທີ່ມີຄຸນຄ່າດັ່ງຕໍ່ໄປນີ້ໜຶ່ງຢ່າງ ຫຼື ຫຼາຍກວ່ານີ້:
ຄວາມຖືກຕ້ອງ
ພວກເຮົາຕ້ອງການໃຫ້ແນ່ໃຈວ່າ ເນື້ອຫາທີ່ຜູ້ຄົນເຫັນແມ່ນຄວາມຈິງ. ພວກເຮົາເຊື່ອວ່າຄວາມຖືກຕ້ອງຈະສ້າງສະພາບແວດລ້ອມທີ່ດີຂຶ້ນສຳລັບການແບ່ງປັນ ແລະ ນັ້ນເປັນສາເຫດທີ່ພວກເຮົາບໍ່ຕ້ອງການໃຫ້ຄົນໃຊ້ບໍລິການຂອງພວກເຮົາເພື່ອບິດເບືອນຄວາມຈິງວ່າເຂົາເຈົ້າແມ່ນໃຜ ຫຼື ກຳລັງເຮັດຫຍັງ.
ຄວາມປອດໄພ
ພວກເຮົາມຸ່ງໝັ້ນທີ່ຈະສ້າງໃຫ້ Facebook, Instagram, Messenger ແລະ Threads ເປັນພື້ນທີ່ປອດໄພ. ພວກເຮົາລຶບເນື້ອຫາທີ່ສາມາດມີຄວາມສ່ຽງທີ່ຈະເກີດອັນຕະລາຍ ຕໍ່ຄວາມປອດໄພທາງຮ່າງກາຍຂອງຄົນ. ເນື້ອຫາທີ່ຂົ່ມຂູ່ຜູ້ຄົນມີໂອກາດທີ່ຈະຂູ່ເຂັນ, ກີດກັນ ຫຼື ປິດການໃຊ້ສິດສຽງຂອງຄົນອື່ນ ແລະ ບໍ່ໄດ້ຮັບອະນຸຍາດຢູ່ບໍລິການຂອງພວກເຮົາ.
ຄວາມເປັນສ່ວນຕົວ
ພວກເຮົາມຸ່ງໝັ້ນທີ່ຈະປົກປ້ອງຄວາມເປັນສ່ວນຕົວ ແລະ ຂໍ້ມູນສ່ວນຕົວ. ຄວາມເປັນສ່ວນຕົວເຮັດໃຫ້ຄົນມີອິດສະລະໃນການເປັນຕົວເອງ, ເລືອກວິທີ ແລະ ເວລາທີ່ຈະແບ່ງປັນຢູ່ບໍລິການຂອງພວກເຮົາ ແລະ ເຊື່ອມຕໍ່ໄດ້ງ່າຍຂຶ້ນ.
ສັກສີ
ພວກເຮົາເຊື່ອວ່າທຸກຄົນມີສັກສີ ແລະ ສິດທິເທົ່າທຽມກັນ. ພວກເຮົາຄາດຫວັງວ່າຈະໃຫ້ຜູ້ຄົນເຄົາລົບໃນສັກສີຂອງຜູ້ອື່ນ ແລະ ບໍ່ຄຸກຄາມ ຫຼື ເຮັດໃຫ້ຄົນອື່ນເສື່ອມເສຍ.
ມາດຕະຖານຊຸມຊົນ
ມາດຕະຖານຊຸມຊົນຂອງພວກເຮົາມີຜົນກັບທຸກຄົນທົ່ວໂລກ ແລະ ມີຜົນກັບເນື້ອຫາທຸກປະເພດ, ຮວມທັງເນື້ອຫາທີ່ສ້າງຂຶ້ນໂດຍ AI.
ແຕ່ລະພາກສ່ວນຂອງມາດຕະຖານຊຸມຊົນຂອງພວກເຮົາເລີ່ມຕົ້ນດ້ວຍ “ເຫດຜົນດ້ານນະໂຍບາຍ” ທີ່ກຳນົດເປົ້າໝາຍຂອງນະໂຍບາຍຕາມດ້ວຍສາຍນະໂຍບາຍສະເພາະທີ່ກຳນົດໄວ້:
ເນື້ອຫາທີ່ບໍ່ອະນຸຍາດ; ແລະ
ເນື້ອຫາທີ່ຕ້ອງການຂໍ້ມູນເພີ່ມເຕີມ ຫຼື ບໍລິບົດເພື່ອບັງຄັບໃຊ້, ເນື້ອຫາທີ່ອະນຸຍາດໃຫ້ພ້ອມມີໜ້າຈໍຄຳເຕືອນ ຫຼື ເນື້ອຫາທີ່ຖືກອະນຸຍາດ ແຕ່ວ່າສາມາດເບິ່ງໄດ້ໂດຍຜູ້ໃຫຍ່ທີ່ມີອາຍຸ 18 ປີຂຶ້ນໄປເທົ່ານັ້ນ.