ທີ່ Meta ພວກເຮົາມຸ່ງໝັ້ນທີ່ຈະໃຫ້ຄົນມີສຽງເວົ້າ ແລະ ຮັກສາໃຫ້ເຂົາເຈົ້າປອດໄພ.

ນັບຕັ້ງແຕ່ປີ 2016 ພວກເຮົາໄດ້ໃຊ້ຍຸດທະສາດທີ່ເອີ້ນວ່າ "ລຶບອອກ, ຫຼຸດລົງ, ແຈ້ງໃຫ້ຮູ້" ເພື່ອຈັດການເນື້ອຫາໃນທົ່ວເຕັກໂນໂລຊີຂອງ Meta.
ນີ້ໝາຍຄວາມວ່າພວກເຮົາລຶບເນື້ອຫາທີ່ເປັນອັນຕະລາຍທີ່ຂັດກັບນະໂຍບາຍຂອງພວກເຮົາ, ຫຼຸດຜ່ອນການແຜ່ກະຈາຍຂອງເນື້ອຫາທີ່ມີບັນຫາທີ່ບໍ່ລະເມີດນະໂຍບາຍຂອງພວກເຮົາ ແລະ ແຈ້ງໃຫ້ຄົນຮູ້ດ້ວຍສະພາບການເພີ່ມເຕີມ ເພື່ອໃຫ້ພວກເຂົາສາມາດຕັດສິນໃຈວ່າຈະຄລິກ, ອ່ານ ຫຼື ແບ່ງປັນຫຍັງ.
ເພື່ອຊ່ວຍໃນຍຸດທະສາດນີ້ ພວກເຮົາມີນະໂຍບາຍທີ່ອະທິບາຍສິ່ງທີ່ເປັນ ແລະ ບໍ່ໄດ້ຮັບອະນຸຍາດໃນເຕັກໂນໂລຊີຂອງພວກເຮົາ. ທີມງານຂອງພວກເຮົາເຮັດວຽກຮ່ວມກັນເພື່ອພັດທະນານະໂຍບາຍຂອງພວກເຮົາ ແລະບັງຄັບໃຊ້ ມັນ. ນີ້ແມ່ນວິທີການເຮັດວຽກຂອງມັນ.

1

ພວກເຮົາຮ່ວມມືກັບຜູ້ຊ່ຽວຊານທົ່ວໂລກໃນດ້ານເທັກໂນໂລຍີ, ຄວາມປອດໄພສາທາລະນະ ແລະ ສິດທິມະນຸດເພື່ອສ້າງ ແລະ ປັບປຸງນະໂຍບາຍຂອງພວກເຮົາ.

2

ພວກເຮົາສ້າງຄຸນສົມບັດເພື່ອຄວາມປອດໄພ, ດັ່ງນັ້ນຜູ້ຄົນຈຶ່ງສາມາດລາຍງານເນື້ອຫາ ແລະບລັອກ, ເຊື່ອງ ຫ ຼືຍົກເລີກການຕິດຕາມບັນຊີນັ້ນໆໄດ້.

3

ພວກເຮົາບັງຄັບໃຊ້ນະໂຍບາຍຂອງພວກເຮົາ ໂດຍໃຊການກວດສອບທາງດ້ວຍເຕັກໂນໂລຊີ ແລະ ຄົນ.
ພວກເຮົາຮັກສາຄົນໃຫ້ປອດໄພ ແລະ ໃຫ້ປະຊາຊົນຮັບຜິດຊອບ ໂດຍການແບ່ງປັນນະໂຍບາຍ, ການບັງຄັບໃຊ້ ແລະ ການລາຍງານຄວາມໂປ່ງໃສຂອງພວກເຮົາ.
policy-image
ນະໂຍບາຍຂອງພວກເຮົາ
ນະໂຍບາຍຂອງພວກເຮົາກໍານົດສິ່ງທີ່ເປັນ ແລະ ບໍ່ໄດ້ຮັບອະນຸຍາດໃນເຕັກໂນໂລຊີຂອງ Meta. ຖ້າເນື້ອຫາຂັດກັບນະໂຍບາຍຂອງພວກເຮົາ, ພວກເຮົາຈະດໍາເນີນການກັບມັນ.
enforcement-image
ການບັງຄັບໃຊ້ຂອງພວກເຮົາ
ພວກເຮົາໃຊ້ເທກໂນໂລຍີ ແລະ ທີມງານກວດສອບພື່ອກວດຫາ, ກວດສອບ ແລະ ດຳເນີນການຕໍ່ກັບຫຼາຍລ້ານເນື້ອຫາໃນແຕ່ລະມື້ຢູ່ Facebook ແລະ Instagram.
transparency-reports-image
ການລາຍງານຄວາມໂປ່ງໃສຂອງພວກເຮົາ
ພວກເຮົາເຜີຍແຜ່ບົດລາຍງານຄວາມໂປ່ງໃສເປັນປະຈ ຳເພື່ອສະແດງໃຫ້ຄົນຮູ້ວ່າພວກເຮົາກຳລັງປະຕິບັດແນວໃດໃນການບັງຄັບໃຊ້ນະໂຍບາຍຂອງພວກເຮົາ.
ranking-image
ແນວທາງຂອງພວກເຮົາໃນການອະທິບາຍການຈັດອັນດັບ
ລະບົບປັນຍາປະດິດ (AI) ແຈ້ງການຈັດອັນດັບເນື້ອຫາສໍາລັບປະສົບການຫຼາຍຢ່າງກ່ຽວກັບຜະລິດຕະພັນຂອງ Meta, ເຊັ່ນ: ການເບິ່ງ Facebook Feed, ເບິ່ງ Reels ໃນ Instagram ຫຼື ການຊອກຫາ Facebook Marketplace.
ການອັບເດດຫຼ້າສຸດ
ບົດລາຍງານຄວາມຊື່ສັດ, H1 2026
ພວກເຮົາກຳລັງເຜີຍແຜ່ບົດລາຍງານຄວາມຊື່ສັດເຄິ່ງປີຄັ້ງທຳອິດຂອງພວກເຮົາສຳລັບ H2 2025, ລວມທັງບົດລາຍງານການບັງຄັບໃຊ້ມາດຕະຖານຊຸມຊົນ, ບົດລາຍງານເນື້ອຫາທີ່ມີການເບີ່ງຢ່າງກວ້າງຂວາງ, ບົດລາຍງານຄວາມໂປ່ງໃສ (ຂໍ້ຈຳກັດເນື້ອຫາໂດຍອີງໃສ່ກົດໝາຍທ້ອງຖິ່ນ) ແລະ ບົດລາຍງານຂອງຄະນະກຳມະການກຳກັບດູແລ. ການຮ້ອງຂໍຂໍ້ມູນຜູ້ໃຊ້ຂອງລັດຖະບານ (H2 2025) ຈະຖືກເຜີຍແຜ່ໃນເຄິ່ງປີໜ້າ ໃນຂະນະທີ່ພວກເຮົາປ່ຽນໄປສູ່ການລາຍງານແບບເຄິ່ງປີ. ບົດລາຍງານໄພຂົ່ມຂູ່ຈາກຝ່າຍກົງກັນຂ້າມຂອງພວກເຮົາລ່າສຸດໄດ້ຖືກເຜີຍແຜ່ໃນວັນທີ 11 ມີນາ. ບົດລາຍງານທັງໝົດແມ່ນມີຢູ່ໃນສູນຄວາມໂປ່ງໃສຂອງພວກເຮົາ.